ຂ່າວສານ

ຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໋ວກຢຸງ ເຈລະຈາກັບລັດຖະມົນຕີຮັບຜິດຊອບການຕ່າງປະເທດເຢຍລະມັນ

      ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໋ວກຢຸງ ເຈລະຈາທາງອອນລາຍກັບລັດຖະມົນຕີຮັບຜິດຊອບການຕ່າງປະເທດເຢຍລະມັນ ນາຍ ອານແນນ ເພື່ອແລກປ່ຽນການພົວພັນ 2 ຝ່າຍ ແລະ ບັນດາບັນຫາທີ່ຕາງຝ່າຍຕາງມີຄວາມສົນໃຈ
ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໋ວກຢຸງ
      ວັນທີ 19 ມີນາ,  ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໋ວກຢຸງ ເຈລະຈາທາງອອນລາຍກັບລັດຖະມົນຕີຮັບຜິດຊອບການຕ່າງປະເທດເຢຍລະມັນ ນາຍ ອານແນນ ເພື່ອແລກປ່ຽນການພົວພັນ 2 ຝ່າຍ ແລະ ບັນດາບັນຫາທີ່ຕາງຝ່າຍຕາງມີຄວາມສົນໃຈ. ລັດຖະມົນຕີຮັບຜິດຊອບການຕ່າງປະເທດເຢຍລະມັນ ນາຍ ອານແນນ ຢືນຢັນນະໂຍບາຍຂອງເຢຍລະມັນ ແມ່ນຖືເປັນສຳຄັນ ແລະ ເພີີ່ມທະວີການປະກົດຕົວ ແລະ ການຮ່ວມມືກັບພາກພື້ນ, ໃນນັ້ນ, ຫວຽດນາມສືບຕໍ່ແມ່ນປະເທດຮັບບຸລິມະສິດຢ່າງສູງ. ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກ໋ວກຢຸງຢືນຢັນວ່າ ຫວຽດນາມຖືເປັນສຳຄັນການພົວພັນຮ່ວມມືກັບເຢຍລະມັນ, ຊົມເຊີຍເລື່ອງເຢຍລະມັນເພີ່ມທະວີການຮ່ວມມືກັບບັນດາປະເທດອາຊຽນ ແລະ ພາກພື້ນຫຼາຍກ່ວາອີກ ພ້ອມທັງຊ່ວຍໜູນອາຊຽນສ້າງປະຊາຄົມ ແລະ ຮັບມືກັບບັນດາສິ່ງທ້າທາຍພວມເກີດຂຶ້ນ.
(ແຫຼ່ງຄັດຈາກ VOV)


top