ຂ່າວສານ

ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມ,ເຮັດວຽກຢູ່ແຂວງເຊີນລາ

      ວັນທີ 01 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່ງຊາດ, ນຳໂດຍທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ ເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມພິທີເປີດເຮືອນອາໄລຫາປະທານໂຮ່ຈິມິນ ຢູ່ເມືອງທ້ວນເຈົ້າ, ແຂວງເຊີນລາ.
 
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມເຂດປູຊະນີຍະສະຖານຄຸກເຊີນລາ
(ພາບ: baosonla.org.vn)
      ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຕີລາຄາສູງຄວາມໝາຍປະຫວັດສາດຂອງກິດຈະກຳເຮືອນອາໄລຫາປະທານໂຮ່ຈິມິນ ຢູ່ເມືອງ ທ້ວນເຈົ້າ. ກິດຈະກຳໄດ້ປະກອບສ່ວນສຶກສາມູນເຊື້ອເພື່ອໃຫ້ປະຊາຊົນແຂວງເຊີນລາທຸກຊັ້ນວັນນະ ສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດຂອງປະທານໂຮ່ຈິມິນ.
        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 31 ທັນວາ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ສູນວັດທະນະທຳ, ສິລະປະ ແລະ ທ່ອງທ່ຽວແຂວງເຊີນລາ; ຢ້ຽມຢາມເຂດປູຊະນີຍະສະຖານຄຸກເຊີນລາ ແລະ ຫໍພິພິດຕະພັນແຂວງເຊີນລາ.
 (ແຫຼ່ງຄັດຈາກ VOV)

top