ໂດຍສືບຕໍ່ການປະຕິບັດງານຢູ່ແຂວງ ດຽນບຽນ, ຕອນເຊົ້າວັນທີ 29 ມັງກອນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຟ໋ອງ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນຕາແສງຊາຍແດນ ຊີນເທົ່າ, ເມືອງ ເມື່ອງແຍ.
ທ່ານນາງ ຕ່ອງທິຟ໋ອງ ເຮັດວຽກກັບອົງຄະນະພັກ, ອຳນາດການປົກຄອງ,
ປະຊາຊົນຕາແສງຊາຍແດນ ຊີນເທົ່າ, ເມືອງ ເມື່ອງແຍ
ທີ່ການພົບປະ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຊົມເຊີຍບັນດາຜົນງານ ເຊິ່ງອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນຕາແສງ ຊີນເທົ່າ ບັນລຸໄດ້ໃນຊຸມປີຜ່ານມາ. ພ້ອມທັງ ຕີລາຄາສູງບັນດາເປົ້າໝາຍຂອງຕາແສງ ຊີນເທົ່າ ໃນປີ 2018, ສູ້ຊົນເພື່ອບັນລຸໃຫ້ໄດ້ 17/19 ຈຸດໝາຍກໍ່ສ້າງຊົນນະບົດໃໝ່. ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ກໍ່ສະເໜີ ຕາແສງ ຊີນເທົ່າ ສືບຕໍ່ເພີ່ມທະວີວຽກງານປ້ອງກັນຄວາມສະຫງົບ, ຮັກສາຊາຍແດນແຫ່ງຊາດຢ່າງໝັ້ນຄົງ; ສືບຕໍ່ຮັກສານ້ຳໃຈສາມັກຄີລະຫວ່າງກອງທັບ ແລະ ປະຊາຊົນ; ຕ້ອງມີບັນດາມາດຕະການພິເສດ ເອົາໃຈໃສ່ເຖິງການພັດທະນາເສດຖະກິດ; ສືບຕໍ່ປະຕິບັດວຽກງານປູກຕົ້ນໄມ້ເປັນຢ່າງດີ.
ແລະກໍ່ໃນຕອນເຊົ້າວັນທີ 29 ມັງກອນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ຢ້ຽມຢາມພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ 317 ອາປາຈາຍ ທີ່ຕັ້ງທັບໃນບໍລິເວນຕາແສງ ຊີນເທົ່າ.
(ແຫຼ່ງຄັດຈາກ VOV)