ຂ່າວສານ

ຮອງປະທານຜູ້ປະຈຳການສະພາແຫ່ງຊາດຕ່ອງທິຟ໋ອງຢ້ຽມຢາມແລະໂອ້ລົມກັບພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ລາວ

      ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ

(ທ່ານນາງ ຕ່ອງທິຟ໋ອງ ປາດຖະໜາວ່າ, ພໍ່ແມ່ພີນ້ອງຊາວຫວຽດນາມ ເອົາໃຈໃສ່ເຖິງເລື່ອງຮ່ຳຮຽນຂອງລຸ້ນລູກລຸ້ນຫຼານໃຫ້ເປັນຢ່າງດີ, ສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ)
      ຕອນບ່າຍວັນທີ 18 ກໍລະກົດ, ຄະນະຜູ້ແທນຂັ້ນສູງພັກ ແລະ ລັດຫວຽດນາມ ໂດຍທ່ານນາງຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ, ນຳໜ້າ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ, ຜູ້ຕາງໜ້າປະຊາຄົມ ແລະ ວິສາຫະກິດຫວຽດນາມ ຢູ່ລາວ. ທີ່ການພົບປະ, ທ່ານນາງ ຕ່ອງທິຟ໋ອງ ປາດຖະໜາວ່າ, ພໍ່ແມ່ພີນ້ອງຊາວຫວຽດນາມ ເອົາໃຈໃສ່ເຖິງເລື່ອງຮ່ຳຮຽນຂອງລຸ້ນລູກລຸ້ນຫຼານໃຫ້ເປັນຢ່າງດີ, ສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຮັກສາສີສັນວັດທະນະທຳຂອງຊາດ, ພາບພົດປະເທດຫວຽດນາມ; ປະຊາຄົມວິສາຫະກິດຫວຽດນາມ ຢູ່ລາວ ມານະພະຍາຍາມພັດທະນາກວ່າອີກ, ຜັນຂະຫຍາຍບັນດາໂຄງການ, ກິດຈະກຳຮ່ວມມື, ລົງທຶນຢູ່ລາວ. ທ່ານນາງ ຕ່ອງທິຟ໋ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ສະເໜີໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນເຂົ້າໃນພາລະກິດພັດທະນາເສດຖະກິດ, ສັງຄົມຂອງລາວ, ຍາມໃດກໍ່ເປັນຂົວຕໍ່ໃຫ້ສາຍພົວພັນແບບພິເສດລະຫວ່າງ 2 ປະເທດ; ບັນດາວິສາຫະກິດຫວຽດນາມ ແລະ ລາວ ມີການເຄື່ອນໄຫວທາງດ້ານຊີວິດສັງຄົມຫຼາຍຢ່າງເພື່ອປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ພໍ່ແມ່ຊາວຫວຽດນາມ ອາໄສຢູ່ລາວ ແລະ ປະຊາຊົນລາວ.
(ແຫຼ່ງຄັດຈາກ VOV)

top