ຂ່າວສານ

ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ, ເປົ້າໝາຍນະໂຍບາຍຢູ່ແຂວງ ກາວບັ່ງ

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາວ່າ, ບັນດາຄອບຄົວຈະສືບຕໍ່ສຶກສາອົບຮົບລູກຫຼານ, ລະດົມກຳລັງໃຈພໍ່ແມ່ປະຊາຊົນທ້ອງຖິ່ນຮັກສາ, ເສີມຂະຫຍາຍມູນເຊື້ອປະຕິວັດ.

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາວ່າ, ບັນດາຄອບຄົວຈະສືບຕໍ່ສຶກສາອົບຮົບລູກຫຼານ, ລະດົມກຳລັງໃຈພໍ່ແມ່ປະຊາຊົນທ້ອງຖິ່ນຮັກສາ, ເສີມຂະຫຍາຍມູນເຊື້ອປະຕິວັດ.

    

ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ

(ພາບ: TTXVN)

ພັກ, ລັດ, ປະຊາຊົນ ຍາມໃດກໍ່ຈົດຈຳການປະກອບສ່ວນ, ເສຍສະຫຼະຂອງບັນດາຄອບຄົວ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງຂອງລຸ້ນຕ່າງໆທີ່ໄດ້ອຸທິດສ່ວນ, ເສຍສະຫຼະຊີວິດໃນການຕໍ່ສູ້ຍາດເອົາເອກະລາດ, ເສລີພາບມາໃຫ້ປະເທດຊາດ. ນີ້ແມ່ນຄຳຢືນຢັນຂອງທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ເມື່ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ແມ່ ຫວຽດນາມ ວິລະຊົນ, ເປົ້າໝາຍນະໂຍບາຍຢູ່ແຂວງ ກາວບັ່ງ, ໃນວັນທີ 13 ກໍລະກົດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022).

        ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝິນ ປາດຖະໜາວ່າ, ບັນດາຄອບຄົວຈະສືບຕໍ່ສຶກສາອົບຮົບລູກຫຼານ, ລະດົມກຳລັງໃຈພໍ່ແມ່ປະຊາຊົນທ້ອງຖິ່ນຮັກສາ, ເສີມຂະຫຍາຍມູນເຊື້ອປະຕິວັດ. ສະເໜີໃຫ້ອຳນາດການປົກຄອງສືບຕໍ່ຜັນຂະຫຍາຍບັນດາລະບອບ, ນະໂຍບາຍບຸລິມະສິດຂອງພັກ, ລັດ ທີ່ມີຕໍ່ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງໃຫ້ເປັນຢ່າງດີ; ເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມຍົກສູງຄວາມຮັບຮູ້, ກຳນົດການປະຕິບັດນະໂຍບາຍບຸລິມະສິດຕໍ່ຜູ້ມີຄຸນງາມຄວາມດີແມ່ນພາລະໜ້າທີ່ຕ້ອງປະຕິບັດຢ່າງເປັນປະຈຳ, ຍາວນານຂອງທັງລະບົບການເມືອງ ແລະ ຂອງທົ່ວສັງຄົມ.

(ແຫຼ່ງຄັດຈາກ VOV)


top