ຂ່າວສານ

ຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງຢ້ຽມຢາມ ແລະ ເຮັດວຽກຢູ່ ລິດວາ

       ໂດຍຕອບສະໜອງຕາມຄຳເຊີນຂອງປະທານາທິບໍດີ ສ. ລິດວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ລິດວາ ແຕ່ວັນທີ 22 ຫາວັນທີ 24 ຕຸລາ

ຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ມີການເຈລະຈາກັບປະທານາທິບໍດີ ສ. ລິດວາ Grybauskaite
      ຕອນເຊົ້າວັນທີ 23 ຕຸລາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ມີການເຈລະຈາກັບປະທານາທິບໍດີ ສ. ລິດວາ Grybauskaite  ແລະ ພົບປະກັບປະທານສະພາແຫ່ງຊາດ ລິດວາ Pranckietis .
     ທີ່ການເຈລະຈາກັບ ປະທານາທິບໍດີ ສ. ລິດວາ Grybauskaite, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ສະເໜີ 2 ຝ່າຍເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ- ການຄ້າ, ການລົງທຶນ. ສ່ວນປະທານາທິບໍດີ ສ. ລິດວາ Grybauskaite ຢືນຢັນ ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອກັບຫວຽດນາມ, ສະເໜີ 2 ຝ່າຍຈົ່ງຮ່ວມມືກັນໃນຂົງເຂດອຸດສາຫະກຳຜະລິດຄືນໃໝ່, ປ່ຽນແປງໃຫຍ່ຢ່າງມີຫົວຄິດປະດິດສ້າງ, ພະລັງງານ, ກຳຈັດຂີ້ເຫຍື້ອ, ປຸງແຕ່ງໄມ້…
(ແຫຼ່ງຄັດຈາກ VOV)

top