ຂ່າວສານ

ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ກອນຕຸມ

ຕອນບ່າຍວັນທີ 09 ເມສາ, ທີ່ການຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດແຂວງ ກອນຕຸມ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ເນັ້ນໜັກວ່າ:

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິງ ຕ້ອນຮັບຄະນະຜູ້ແທນຜູ້ມີຄຸນງາມຄວາມດີແຂວງ ກອນຕຸມ (ພາບ: TTXVN)
ແຂວງ ກອນຕຸມ ແມ່ນໜຶ່ງໃນບັນດາແຂວງເຂດ ໄຕງວຽນ ທີ່ມີມູນເຊື້ອອົງອາດກ້າຫານໃນການຕໍ່ສູ້ຕ້ານ ຝະຣັ່ງ, ຕ້ານ ອາເມລິກາ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ບັນດາຜູ້ແທນຈະເສີມຂະຫຍາຍມູນເຊື້ອຂອງບ້ານເກີດເມືອງນອນ, ຄອບຄົວ, ສຶກສາໃຫ້ລູກຫຼານ ແລະ ໂຄສະນາໃຫ້ປະຊາຊົນທຸກຊັ້ນວັນນະກ່ຽວກັບການປະຕິບັດບັນດາແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງ ລັດ ເປັນຢ່າງດີ. ທ່ານນາງຮອງປະທານປະເທດຮຽກຮ້ອງໃຫ້ແຂວງ ກອນຕຸມ ຄວນສູ້ຊົນພັດທະນາເສດຖະກິດ - ສັງຄົມ ແນໃສ່ຍົກສູງ ຊີວິດການເປັນຢູ່ຂອງປະຊາຊົນເວົ້າລວມ ແລະ ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີເວົ້າສະເພາະໃຫ້ດີກ່ວາອີກ.
(ແຫຼ່ງຄັດຈາກ VOV)

top