ຂ່າວສານ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງຢ້ຽມຢາມລາຊະອານາຈັກອັງກິດແລະອຽກລັງເໜືອ

ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອັງກິດ ແລະ ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດແຫ່ງລາຊະອານາຈັກອັງກິດ ແລະ ອຽກລັງເໜືອ Jeremy Hunt.

 
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ

ພົບປະກັບທ່ານລັດຖະມົນຕີການຄ້າສາກົນອັງກິດ Liam Fox

(ພາບ: VGP)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໄປຢ້ຽມຢາມລາຊະອານາຈັກອັງກິດ ຢ່າງເປັນທາງການໃນລະຫວ່າງວັນທີ 09 – 10 ຕຸລາ.

        ໃນຂອບເຂດການຢ້ຽມຢາມ, ວັນທີ 09 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານລັດຖະມົນຕີການຄ້າສາກົນອັງກິດ Liam Fox. 2 ຝ່າຍພ້ອມກັນເຫັນດີ ແລະ ຕີລາຄາວ່າ ການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດໄດ້ມີການພັດທະນາຢ່າງຕັ້ງໜ້າໃນຊຸມປີມໍ່ໆມານີ້. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ສະແດງຄວາມປາດຖະໜາວ່າ, ອັງກິດ ຈະສືບຕໍ່ສະໜັບສະໜູນຫວຽດນາມ ເພີ່ມທະວີການພົວພັນກັບ EU ແລະ ມີການກະທົບເພື່ອໃຫ້ EU ລົງນາມໃນສັນຍາການຄ້າເສລີຫວຽດນາມ - EU (EVFTA) ໂດຍໄວ. 2 ຝ່າຍໄດ້ຊົມເຊີຍເລື່ອງຊຸກຍູ້ການເຈລະຈາ FTA 2 ຝ່າຍລະຫວ່າງຫວຽດນາມ - ອັງກິດ ເພື່ອແນໃສ່ສືບຕໍ່ເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ ແລະ ການຮ່ວມມືໃນຂອບເຂດ WTO ພາຍຫຼັງ Brexit, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອັງກິດ ເລິກເຊິ່ງກວ່າ.

        ກ່ອນໜ້ານັ້ນໃນວັນດຽວກັນ, ຢູ່ລອນດອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຕ້ອນຮັບລອດ Astor. ລອດ Astor ຢືນຢັນວ່າ, ເຖິງວ່າດຳລົງຕຳແໜ່ງໃດກໍ່ຕາມ, ກໍຈະສຸມຈິດສຸມໃຈສະໜັບສະໜູນຫວຽດນາມ ໃຫ້ພັດທະນາ ແລະ ມີຄວາມວັດທະນາຖາວອນ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ປາດຖະໜາວ່າ ລອດ Astor ດ້ວຍອິດທິພົນຊື່ສຽງຂອງຕົນ ສືບຕໍ່ປະກອບສ່ວນໃຫ້ແກ່ການຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອັງກິດ ໃຫ້ພັດທະນາຢ່າງແຮງ.

        ນອກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກໍ່ໄດ້ມີການເຮັດວຽກ ແລະ ຕ້ອນຮັບການນຳບາງກຸ່ມບໍລິສັດໃຫຍ່ຂອງອັງກິດ.

        ໃນຂອບເຂດການຢ້ຽມຢາມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຍັງກ່າວຄຳເຫັນທີ່ເວທີປາໄສວິສາຫະກິດຫວຽດນາມ - ອັງກິດ, ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຕ້ອນຮັບວິສາຫະກິດ ແລະ ນັກທຸລະກິດອັງກິດ ມາລົງທຶນ, ດຳເນີນທຸລະກິດຢູ່ຫວຽດນາມ. ທີ່ເວທີປາໄສ ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິງ ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳ (MOU) ຕົກລົງການຮ່ວມມືລະຫວ່າງຫ້ອງການການຄ້າອຸດສາຫະກຳຫວຽດນາມ ແລະ ສະພາດຳເນີນທຸລະກິດອັງກິດ - ອາຊຽນ.

(ແຫຼ່ງຄັດຈາກ VOV)



top