ຂ່າວສານ

ຮອງນາຍົກລັດຖະມົນຕີຟ້າມບິ່ງມິງຕ້ອນຮັບຜູ້ວ່າການລັດເຂດ Ostergotland, ຊູແອດ


ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ບ​ິ່ງ​ມິງ
​ຕ້ອນ​ຮັບ​ຜູ້​ວ່າ​ການ​ລັດ​ເຂດ Ostergotland, ຊູ​ແອດ
(ພາບ: baochinhphu.vn)
      ຕອນ​ບ່າຍ​ວັນ​ທີ 24/02, ຢູ່​ຮ່າ​ໂນ້ຍ, ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Elisabeth, ຜູ້​ວ່າ​ການ​ລັດ​ເຂດ Ostergotland, ປະ​ເທດຊູ​ແອດ ທີ່​ພວມ​ຢ້ຽມ​ຢາມ​ຫວຽດ​ນາມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ຢືນ​ຢັນ​ວ່າ, ລັດ​ຖ​ະ​ບານ​ຫວຽດ​ນ​າມ ຊົມ​ເຊີຍ ແລະ ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ວິ​ສາ​ຫະ​ກິດ ຊູ​ແອດ ເວົ້າ​ລວມ ແລະ ວິ​ສາ​ຫະ​ກິດ​ເຂດ Ostergotland ເວົ້າ​ສະ​ເພາະ​ເຄື່ອນ​ໄຫວ​ຢ່າງ​​ເປັນ​ປົກ​ກະ​ຕິ, ຍາວ​ນານ​ຢູ່​ຫວຽດ​ນາມ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເຊິ່ງ ຊູ​ແອດ ມີ​ທ່າ​ແຮງ​ຄື: ເຕັກ​ໂນ​ໂລ​ຊີ​ຂຽວ - ສະ​ອ​າດ, ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ຜະ​ລິດ, ພື້ນ​ຖານ​ໂຄງ​ລ່າງ… ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ກໍ່​ສະ​ແດງ​ຄວາມ​​ພາກ​ພູ​ມ​ໃຈ​ຕໍ່​ການ​ພັດ​ທະ​ນາ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ​ລະ​ຫວ່າງ 2 ປະ​ເທດ, ຖື​ວ່າ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງແຂວງ​ທ໋າຍ​ງວຽນ ແລະ ເຂດ Ostergotland ໄດ້​ປະ​ກອບ​ສ່ວນ​ຊຸກຍ​ູ້​ການ​ພົວ​ພັນ 2 ຝ່າຍ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ.
(ແຫຼ່ງຄັດຈາກ VOV)

top