ຂ່າວສານ

ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບຮອງປະທານກຸ່ມບໍລິສັດ Misubishi Motors

      ຕາມທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ແລ້ວ, ເລື່ອງເປີດກ້ວາງການຜະລິດລົດໂອໂຕຢູ່ ຫວຽດນາມ ຂອງ Misubishi ປະກອບສ່ວນປະຕິບັດຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ຫວຽດນາມ - ຍີ່ປຸ່ນ

ທ່ານ Kozo Shiraji ແລະ ທ່ານ ເວືອງດິ່ງເຫ້ວ
      ຕອນບ່າຍວັນທີ 15 ມັງກອນ, ທີ່ການຕ້ອນຮັບທ່ານ Kozo Shiraji, ປະທານກຸ່ມບໍລິສັດ Misubishi Motor, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຊົມເຊີຍກຸ່ມບໍລິສັດຜັນຂະຫຍາຍແຜນການກໍ່ສ້າງໂຮງງານຜະລິດລົດໂອໂຕແຫ່ງທີສອງຢູ່ ຫວຽດນາມ. ຕາມທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ແລ້ວ, ເລື່ອງເປີດກ້ວາງການຜະລິດລົດໂອໂຕຢູ່ ຫວຽດນາມ ຂອງ Misubishi ປະກອບສ່ວນປະຕິບັດຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງປີ 2020, ວິໄສທັດ 2030. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈະສ້າງເງື່ອນໄຂໜູນຊ່ວຍບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີບັນດານັກລົງທຶນ ຍີ່ປຸ່ນ ແລະ ກຸ່ມບໍລິສັດ Misubishi Motor ຜັນຂະຫຍາຍບັນດາໂຄງການສະດວກ, ຮັບປະກັນເໝາະສົມກັບຫຼັກການການຄ້າຂອງໂລກ, ຮັບປະກັນສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ.
        ສ່ວນທ່ານ Kozo Shiraji ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຜະລິດສຳຄັນ, ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນຂອງກຸ່ມບໍລິສັດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ປະຈຸບັນ, Misubishi Motor ພວມຊອກຫາສະຖານທີ່ເໝາະສົມເພື່ອກໍ່ສ້າງໂຮງງານຜະລິດລົດໂອໂຕແຫ່ງທີສອງຢູ່ ຫວຽດນາມ ດ້ວຍຍອດເງິນລົງທຶນປະມານ 250 ລ້ານ USD, ຄາດວ່າ ປະສິດທິພາບແຫ່ງການຜະລິດລົດໂອໂຕບັນລຸແຕ່ 30.000 – 50.000 ຄັນ/ປີ.
(ແຫຼ່ງຄັດຈາກ VOV)

top