ຂ່າວສານ

ຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ສິ້ນສຸດການຢ້ຽມຢາມອາເມລິກາຢ່າງເປັນທາງການປະສົບຜົນສຳເລັດຢ່າງຈົບງາມ

ວັນທີ 1 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ສິ້ນສຸດການຢ້ຽມຢາມອາເມລິກາຢ່າງເປັນທາງການ ປະສົບຜົນສຳເລັດຢ່າງຈົບງາມ ແລະ ເຂົ້າຮ່ວມລາຍການຄຸ້ມຄອງການນຳຂັ້ນສູງ 2018, ເລີ່ມຕົ້ນການຢ້ຽມຢາມ ບຣາຊິນ ໃນລະຫວ່າງວັນທີ 2 – 3 ກໍລະກົດ.


ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດິງເຫ້ວ 

(ພາບ: TTXVN)

ກ່ອນໜ້ານັ້ນ,  ວັນທີ 30 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ໄດ້ໄປຢ້ຽມຢາມໂຮງແຮມ Ommi Parker House ເຊິ່ງເປັນສະຖານທີ່ ທີ່ທ່ານປະທານ ໂຮ່ຈີມິນ ເຄີຍເຮັດວຽກ ໃນຊຸມປີ 1911 – 1913 ໃນການເດີນທາງໄປຊອກຫາເສັ້ນທາງກູ້ຊາດ ແລະ ໃຫ້ການຕ້ອນຮັບທ່ານ John Kerry  ອະດີດລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ. ທີ່ການຕ້ອນຮັບ, ທ່ານ John Kerry  ຢັ້ງຢືນວ່າ ເຖິງວ່າຈະຢູ່ຖານະຕຳແໜ່ງໃດກໍຕາມ ແຕ່ທ່ານຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນວິວັດການພັດທະນາເສດຖະກິດ-ສັງຄົມແບບຍືນຍົງຂອງແຕ່ລະປະເທດ. ທ່ານ John Kerry  ຖືວ່າ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະ ມີເງື່ອນໄຂຢ່າງພຽງພໍ ເພື່ອພັດທະນາຍຸດທະສາດພະລັງງານ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານທັງຂຽວ ແລະ ສະອາດ; ພ້ອມທັງສະແດງຄວາມກຽມພ້ອມທີ່ຈະໜູນຊ່ວຍ,    ເຊື່ອມຕໍ່ ແລະ ແບ່ງປັນບົດຮຽນໃຫ້ແກ່ ຫວຽດນາມໃນຂົງເຂດດັ່ງກ່າວ.

 

 (ແຫຼ່ງຄັດຈາກ VOV)
 

top