ຂ່າວສານ

ຮອງນາຍົກລັດຖະມົນຕີ ເລມິນຄ້າຍ ຕ້ອນຮັບ ລັດຖະມົນຕີກະຊວງການເງິນ ລາວ

ຕອນບ່າຍວັນທີ 26/7, ກ່າວຄຳເຫັນທີ່ການພົບປະກັບທ່ານລັດຖະມົນຕີກະຊວງການເງິນ ລາວ ບຸນຈອມ ອຸບົນປະເສີດ, ທ່ານຮອງນາຍົກລັດຖະມົນຕີ ເລມິນຄ້າຍ ເນັ້ນໜັກວ່າ: ຫວຽດນາມ ແລະ ລາວ ມີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບພິເສດ, ເມື່ອລາວປະສົບຄວາມຫຍຸ້ງຍາກນັ້ນ, ຫວຽດນາມກໍໄດ້ແບ່ງປັນ.

ທ່ານຮອງນາຍົກລັດຖະມົນຕີ ເລມິນຄ້າຍ ຕ້ອນຮັບ ທ່ານລັດຖະມົນຕີກະຊວງການເງິນ ລາວ  ບຸນຈອມ ອຸບົນປະເສີດ

 ທ່ານຮອງນາຍົກລັດຖະມົນຕີ ສະເໜີສອງກະຊວງການເງິນ ສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ເພີ່ມທະວີການແລກປ່ຽນ ບົດຮຽນປະສົບການກ່ຽວກັບນະໂຍບາຍການເງິນ ແລະ ປີການເງິນ, ເງິນຕາ..., ປະກອບສ່ວນຊ່ວຍເຫຼືອລາວແກ້ໄຂຄວາມຫຍຸ້ງຍາກໃນສະເພາະໜ້າໂດຍໄວ.

      ສ່ວນທ່ານ ບຸນຈອມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນລາວ ໄດ້ສະເໜີໃຫ້ ຫວຽດນາມ ສົ່ງນັກຊ່ຽວຊານມາຊ່ວຍລາວ ເພີ່ມທະວີວິທີການແກ້ໄຂການເກັບງົບປະມານ, ລົບລ້າງຄວາມຫຍຸ້ງຍາກດ້ານການເງິນ, ເງິນຕາ, ປະຕິຮູບວິສາຫະກິດເອເລັກໂຕນິກ; ສະໜັບສະໜູນການພັດທະນາວິສາຫະກິດຢູ່ພາຍໃນປະເທດ.

(ແຫຼ່ງຄັດຈາກ VOV)

top