ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ລົງກວດກາວຽກງານກະກຽມຈັດຕັ້ງວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ

      ການຈັດຕັ້ງເຫດການນີ້ຕ້ອງຮັບປະກັນໃຫ້ມີຄວາມສົມກຽດ, ລອບຄອບຖີ່ຖ້ວນ, ເຄັ່ງຂຶມ, ປະຕິບັດຖືກຕາມພິທີກຳ, ມີຄວາມແທດຈິງ, ປະສິດທິຜົນ, ມີຄວາມສະຫງົບ ແລະ ປອດໄພ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີ່ງກ່າວຄຳເຫັນທີ່ການເຮັດວຽກ (ພາບ: VGP/ເລເຊີນ)
      ວັນທີ 2 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີ່ງໄດ້ລົງກວດກາວຽກງານກະກຽມການຈັດຕັ້ງວັນບຸນວິສາຂະບູຊາ Vesak ສະຫະປະຊາຊາດ 2019 ຢູ່ ວັດ ຕາມຈຸກ, ເມືອງ ກິມບ່າງ, ແຂວງຮ່ານາມ.
            ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ສະເໜີວ່າການຈັດຕັ້ງເຫດການນີ້ຕ້ອງຮັບປະກັນໃຫ້ມີຄວາມສົມກຽດ, ລອບຄອບຖີ່ຖ້ວນ, ເຄັ່ງຂຶມ, ປະຕິບັດຖືກຕາມພິທີກຳ, ມີຄວາມແທດຈິງ, ປະສິດທິຜົນ, ມີຄວາມສະຫງົບ ແລະ ປອດໄພ. ນັບແຕ່ປັດຈຸບັນຈົນເຖິງວັນດຳເນີນ ວັນບຸນ Vesak, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ສຸມໃສ່ຜັນຂະຫຍາຍ, ປະຕິບັດບັນດາໜ້າທີ່ວຽກງານທີ່ໄດ້ມອບໝາຍຕາມພາລະບົດບາດ, ໜ້າທີ່ ຂອງຕົນໃຫ້ສຳເລັດຜົນ. ຄຽງຄູ່ກັນນັ້ນ, ແຂວງຮ່ານາມ ຕ້ອງເພີ່ມທະວີການຊີ້ນຳ, ຕິດຕາມກວດກາ, ຮັບປະກັນການປະຕິບັດບັນດາພື້ນຖານວັດຖຸເພື່ອຮັບໃຊ້ໃຫ້ແກ່ວັນບຸນ Vesak ທີ່ມີຄຸນນະພາບ ແລະ ຖືກຕາມ ກຳນົດເວລາ.
            ສະມາຄົມພຸດທະສາສະໜາ ຫວຽດນາມ ໃຫ້ຮູ້ວ່າມາເຖິງປັດຈຸບັນ, ວຽກງານກະກຽມຈັດຕັ້ງວັນບຸນວິສາຂະບູຊາ Vesak 2019 ໄດ້ສຳເລັດແລ້ວ. ຄາດວ່າຈະມີ ຄະນະຜູ້ແທນສາກົນ 500 ຄະນະທີ່ມາຈາກ 112 ປະເທດ ແລະ ເຂດແຄວນໂດຍມີຜູ້ແທນສາກົນ 1.650 ອົງພ້ອມກັບພຸດທະສາສະນິກກະຊົນ ແລະ ປະຊາຊົນ ພາຍໃນປະເທດ 15.000 – 20.000 ຄົນເຂົ້າຮ່ວມວັນບຸນດັ່ງກ່າວ.
 (ແຫຼ່ງຄັດຈາກ VOV)


top