ຂ່າວສານ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ຕ້ອນຮັບຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ກຳປູເຈຍ

      ຕອນບ່າຍວັນທີ 12 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຕ້ອນຮັບທ່ານ Keo Chandara, ຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ກຳປູເຈຍ (AKP). 

ທ່ານ ຮອງຜູ້ອຳນວຍການໃຫຍ່ສຳນັກຂ່າວສານ ກຳປູເຈຍ (AKP) Keo Chandara ແລະ ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ 
      ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢືນຢັນວ່າ: ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອກັບ ກຳປູເຈຍ. ການຮ່ວມມືລະຫວ່າງ 2 ສຳນັກຂ່າວສານຂອງ ຫວຽດນາມ - ກຳປູເຈຍ ສົມກັບແຜນນະໂຍບາຍຂອງການນຳຂັ້ນສູງ 2 ປະເທດ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ປີ 2017 ແມ່ນປີມີຄວາມໝາຍພິເສດສຳລັບວຽກງານການຕ່າງປະເທດຂອງ ຫວຽດນາມ ເຊິ່ງແມ່ນປະເທດເຈົ້າພາບຈັດຕັ້ງປີ APEC 2017. ທ່ານຮອງນາຍົກລັດຖະມົນຕີສະເໜີໃຫ້ AKP, ດ້ວຍບົດບາດເປັນສຳນັກຂ່າວສານຄູ່ຮ່ວມມືຂອງສຳນັກຂ່າວສານ ຫວຽດນາມ - ສຳນັກຂ່າວສານຂອງປະເທດເຈົ້າພາບຈັດຕັ້ງປີ APEC 2017, 2 ຝ່າຍເປັນເຈົ້າການສົມທົບກັນໂຄສະນາກ່ຽວກັບປະເທດຊາດ, ປະຊາຊົນ, ວັດທະນະທຳ, ຜົນງານການຕ່າງປະເທດຂອງ ຫວຽດນາມ ເຖິງປະຊາຊົນກຳປູເຈຍ, ເພື່ອນມິດສາກົນ, ຜ່ານນັ້ນ ປະກອບສ່ວນໂຄສະນາທີ່ຕັ້ງບົດບາດກໍ່ຄືປະຊາຄົມບັນດາປະເທດ ອາຊຽນກັບໂລກໃຫ້ດີກ່ວາ.  
 (ແຫຼ່ງຄັດຈາກ VOV)

top