ຂ່າວສານ

ຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢູ່ນະຄອນ ໂຮ່ຈີມິນ

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ, ໃນໄລຍະແຍກຫ່າງສັງຄົມເປັນເວລາ 15 ວັນ, ທາງນະຄອນຕ້ອງປະຕິບັດການຄວບຄຸມ ໂລກລະບາດຢ່າງຂ້ຽວຂາດ.
(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ເຮັດວຽກກັບເມືອງ ບິ່ງແຈ໊ງ, ນະຄອນ ໂຮ່ຈີມິນ)
      ຕອນບ່າຍວັນທີ 08 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ມີການເຮັດວຽກກັບເມືອງ ບິ່ງແຈງ ເພື່ອສຳຫຼວດກວດຄືນ, ປັບປຸງບາງບັນຫາກ່ອນເວລາປະຕິບັດຄຳສັ່ງເລກທີ 16 ໃນທົ່ວບໍລິເວນນະຄອນ ໂຮ່ຈີມິນ. ກ່າວຄຳເຫັນຊີ້ນຳທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ສະເໜີວ່າ, ໃນໄລຍະແຍກຫ່າງສັງຄົມເປັນເວລາ 15 ວັນ, ທາງນະຄອນຕ້ອງປະຕິບັດການຄວບຄຸມ ໂລກລະບາດຢ່າງຂ້ຽວຂາດ.
        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນວ່າ, ເມື່ອປະຕິບັດການແຍກຫ່າງຕ້ອງແບ່ງແຕ່ລະເປົ້າໝາຍຄອບຄົວເພື່ອນຳໃຊ້ປະສິດທິພົນກຳລັງ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ຈາກນັ້ນມີບັນດາມາຕະການແກ້ໄຂຢ່າງມີປະສິດທິຜົນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ນະຄອນ ໂຮ່ຈີມິນ ກວດກາສະພາບໂລກລະບາດຢ່າງລະອຽດ ໂດຍສະເພາະແມ່ນຢູ່ເຂດຕະຫຼາດ, ເຂດອຸດສາຫະກຳ:
        “ກ້າວເຂົ້າສູ່ການຕໍ່ສູ້ກັບໂລກລະບາດນີ້, ທຸກສິ່ງທຸກຢ່າງຕ້ອງມີຄວາມລະອຽດ ແລະ ຈະແຈ້ງ. ຊ້ຳບໍ່ໜຳຕ້ອງປຸກລະດົມການແຂ່ງຂັນ, ແຂ່ງຂັນຢູ່ທີ່ນີ້ບໍ່ແມ່ນຕາມຂະບວນການ ຫາກແມ່ນການປະຕິບັດແຕ່ລະວຽກງານຢ່າງລະອຽດ ເພື່ອໃຫ້ເຂດຖະໜົນ, ບ້ານຂອງຕົນມີຄວາມປອດໄພຢ່າງແທ້ຈິງ. ຄວາມຈິງແລ້ວ, ພຽງລະເລີຍຢູ່ເຂດໜຶ່ງເທົ່ານັ້ນແມ່ນອັນຕະລາຍທີ່ສຸດ, ສະນັ້ນຕ້ອງປະຕິບັດຢ່າງເຂັ້ມງວດ, ເອົາຕົວຢ່າງຄືແນວໃດເພື່ອບໍ່ໃຫ້ຕິດແປດ ແລະ ພິເສດແມ່ນບໍ່ເຕົ້າໂຮມກັນຫຼາຍຄົນ”.
ໃນເຫດການທີ່ກ່ຽວຂ້ອງ, ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ ໂດ້ທັງຫາຍ ຫາກໍ່ເຊັນເອກະສານດ່ວນສົ່ງເຖິງຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ກ່ຽວກັບການຮັບປະກັນແຫຼ່ງສະໜອງສິນຄ້າທີ່ຈຳເປັນເພື່ອຮັບມືກັບໂລກລະບາດໂຄວິດ-19.
        ຕາມນັ້ນແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າ ກໍ່ສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຂຶ້ນກັບສູນກາງ ສົມທົບກັນຊີ້ນຳບັນດາຫົວໜ່ວຍທີ່ມີໜ້າທີ່ຢູ່ທ້ອງຖິ່ນ ສຸມໃສ່ຍູ້ແຮງການຮັບປະກັນແຫຼ່ງສິນຄ້າທີ່ຈຳເປັນ ເພື່ອສະໜອງໃຫ້ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທາງພາກໃຕ້ ເຊິ່ງເປັນແຫ່ງທີ່ໂລກລະບາດພວມມີການຜັນແປຢ່າງສັບສົນ ແລະ ຕ້ອງປະຕິບັດບັນດາມາດຕະການເວັ້ນໄລຍະ, ແຍກຫ່າງສັງຄົມ.
 (ແຫຼ່ງຄັດຈາກ VOV)


top