ຂ່າວສານ

ຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຢ້ຽມຢາມ ແລະ ເຮັດວຽກຢູ່ ເບ໋ນແຈ

      ອຳນາດການປົກຄອງ ແລະ ບັນດາວິສາຫະກິດແຂວງ ເບ໋ນແຈ ໄປຊອກຮູ້ກ່ຽວກັບເງື່ອນໄຂການພັດທະນາເສດຖະກິດຂອງ ລາວ

ທ່ານຮອງນາຍົກລັດຖະມົນຕີ ລາວ  ເຮັດວຽກກັບການນຳແຂວງເບ໋ນແຈ (ພາບ: TTXVN)
      ວັນທີ 26 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນລັດຖະບານ ລາວ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງ ເບ໋ນແຈ. ທ່ານຮອງນາຍົກລັດຖະມົນຕີ ລາວ ຕີລາຄາສູງຜົນງານກ່ຽວກັບການພັດທະນາເສດຖະກິດ - ສັງຄົມຂອງແຂວງ ເບນແຈ ເປັນຕົ້ນແມ່ນເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງຕົ້ນໝາກພ້າວ. ລັດຖະບານລາວ ປາດຖະໜາຢາກໃຫ້ອຳນາດການປົກຄອງ ແລະ ບັນດາວິສາຫະກິດແຂວງ ເບ໋ນແຈ ໄປຊອກຮູ້ກ່ຽວກັບເງື່ອນໄຂການພັດທະນາເສດຖະກິດຂອງ ລາວ ເພື່ອເປີດກ້ວາງການພົວພັນຮ່ວມມືກັບບັນດາທ້ອງຖິ່ນຂອງ ລາວ ໃນໄລຍະຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

top