ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນຢ້ຽມຢາມ ສປປ.ເກົາຫຼີ ຢ່າງເປັນທາງການ

ຕອນບ່າຍວັນທີ 12 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນໄດ້ໄປເຖິງນະຄອນຫຼວງ ພຽງຢາງ ປະເທດ ສປປ.ເກົາຫຼີ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິງມິນ (ພາບຈາກ: TTXVN )

ຕາມສຳນັກຂ່າວສານ Yonhap, ຕອນບ່າຍວັນທີ 12 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນໄດ້ໄປເຖິງນະຄອນຫຼວງ ພຽງຢາງ ປະເທດ ສປປ.ເກົາຫຼີ ເພື່ອເລີ່ມຕົ້ນການຢ້ຽມຢາມ ສປປ.ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 12 – 14 ກຸມພາ ຕາມຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Ri Yong-ho.

ການເດີນທາງຢ້ຽມຢາມ ສປປເກົາຫຼີ ຢ່າງເປັນທາງການຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິງມິນ ໄດ້ປະຕິບັດ, ພາຍຫຼັງທີ່ ທ່ານລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Ri Yong-ho ໄດ້ ເດີນທາງມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 29 ພະຈິກ – 02 ທັນວາ 2018.

(ແຫຼ່ງຄັດຈາກ VOV)


top