ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕ້ອນຮັບ ຫົວໜ້າຄະນະຄົ້ນຄວ້ານະໂຍບາຍພັກ LPD ຍີ່ປຸ່ນ

      ວັນທີ 04 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານຫົວໜ້າຄະນະຄົ້ນຄວ້ານະໂຍບາຍພັກກຳອຳນາດປະຊາທິປະໄຕເສລີ (LDP), ອະດີດລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Fumio Kishida.

ທ່ານຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານ Fumio Kishida (ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຕີລາຄາສູງການໜູນຊ່ວຍຂອງ ຍີ່ປຸ່ນ ໃນການພັດທະນາເສດຖະກິດສັງຄົມ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງ ຫວຽດນາມ ໂດຍຜ່ານແຫຼ່ງທຶນກູ້ຢືມ ODA ແລະ ບັນດາໂຄງການລົງທຶນຢ່າງມີປະສິດທິຜົນຂອງ ຍີ່ປຸ່ນ ທີ່ພວມຜັນຂະຫຍາຍຢູ່ ຫວຽດນາມ.
        ສ່ວນທ່ານຫົວໜ້າຄະນະຄົ້ນຄວ້ານະໂຍບາຍພັກ LDP Fumio Kishida ຢືນຢັນວ່າ: ຍີ່ປຸ່ນ ພ້ອມແລ້ວທີ່ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ - ສັງຄົມ, ໃນນັ້ນ ມີການກໍ່ສ້າງພື້ນຖານໂຄງລ່າງມີຄຸນນະພາບສູງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ເພີ່ມທະວີການເຂົ້າມາລົງທຶນຢູ່ ຫວຽດນາມ ຂອງວິສາຫະກິດ ຍີ່ປຸ່ນ .
 (ແຫຼ່ງຄັດຈາກ VOV)


top