ຂ່າວສານ

ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ເຂົ້າຮ່ວມການພົບປະສັງສັນເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay Tet ຂອງຊາວເຜົ່າ ຂະແມ

ເນື່ອງໃນໂອກາດບຸນປີໃໝ່ປະເພນີ Chol Chnam Thmay ຂອງຊາວເຜົ່າ ຂະແມ 2022, ຕອນບ່າຍວັນທີ 5/4, ຢູ່ແຂວງຊອກຈັງ ໄດ້ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າ ຂະແມ.

ເນື່ອງໃນໂອກາດບຸນປີໃໝ່ປະເພນີ Chol Chnam Thmay ຂອງຊາວເຜົ່າ ຂະແມ 2022, ຕອນບ່າຍວັນທີ 5/4, ຢູ່ແຂວງຊອກຈັງ ໄດ້ຈັດຕັ້ງງານພົບປະສັງສັນເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay ຂອງຊາວເຜົ່າ ຂະແມ.

    

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ

ກ່າວຄຳເຫັນທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ປາດຖະໜາວ່າ ບັນດາພະສົງສຳມະເນັນ ແລະ ຊາວເຜົ່າ ຂະແມ ສືບຕໍ່ເສີມຂະຫຍາຍມູນເຊື້ອສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍ ຕົນເອງ, ສີສັນວັດທະນະທຳອັນດີງາ ແລະ ມູນເຊື້ອຮັກຊາດ... ເພື່ອປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມ, ຮັບປະກັນການປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທ່ານເລຂາຄະນະພັກແຂວງໆຊອກຈັງ ເລີມວັນເມີ້ນ ປາດຖະໜາວ່າ ພັກ, ລັດ ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍແຂວງຊອກຈັງໃນຂະບວນວິວັດແຫ່ງການສ້າງແຂວງໃຫ້ພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. 

     ໃນຕອນບ່າຍວັນດຽວກັນ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດເຈີນແທງເໝິ້ນ ກໍໄດ້ລົງຢ້ຽມຢາມ, ອວຍພອນປີໃໝ່ Chol Chnam Thmay Tet ແດ່ຊາວເຜົ່າ ຂະແມ ໃນແຂວງອານຢາງ.

(ແຫຼ່ງຄັດຈາກ VOV)


top