ຂ່າວສານ

ຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ກວດກາໂຄງການສະໜາມບິນລອງແທ່ງ, ແຂວງດົ່ງນາຍ

ວັນທີ 12 ເມສາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ນຳໜ້າຄະນະປະຕິບັດງານລັດຖະບານລົງກວດກາໂຄງການສະໜາມບິນລອງແທ່ງ ແລະ ເຮັດວຽກກັບການນຳຫຼັກແຫຼ່ງຂອງແຂວງດົ່ງນາຍ, ເມືອງລອງແທ່ງ ແລະ ບາງຕາແສງໃນເຂດໂຄງການກໍ່ສ້າງສະໜາມບິນ.


ທ່ານຮອງນາຍົກລັດຖະມົນຕີຈິ້ງດິງຢຸງກ່າວຄຳເຫັນທີ່ການເຮັດວຽກ

(ພາບ: Xuan Tuyen/ vietnamnet.vn)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ຢັ້ງຢືນວ່າ ສະໜາມບິນລອງແທ່ງແມ່ນສະໜາມບິນນອນໃນແຜນການສັງລວມລະບົບພື້ນຖານໂຄງລ່າງການບິນ, ເຊິ່ງແມ່ນໂຄງການສຳຄັນລະດັບຊາດ ໂດຍສະພາແຫ່ງຊາດຫວຽດນາມຕົກລົງວາງແຜນນະໂຍບາຍລົງທຶນ. ພາຍຫຼັງການກໍ່ສ້າງສຳເລັດ, ສະໜາມບິນລອງແທ່ງຈະກາຍເປັນປະຕູການຂົນສົ່ງທາງອາກາດໃຫຍ່ທີ່ສຸດຢູ່ພາກໃຕ້, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າຮັບໃຊ້ໃຫ້ເຂດກຳລັງໜູນເສດຖະກິດ ພາກໃຕ້.

        ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິງຢຸງ ຖືວ່າ ນີ້ແມ່ນໂຄງການມີລັກສະນະສະເພາະ. ດັ່ງນັ້ນ, ຄວນໝູນໃຊ້ລະບຽບກົດໝາຍ ໃນໄລຍະດຳເນີນການກໍ່ສ້າງໃຫ້ເໝາະສົມ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ດ້ວຍຖານະເປັນປະທານສະພາປະເມີນຜົນແຫ່ງລັດສ້າງແຜນຮ່າງສຳເລັດໂດຍໄວ ເພື່ອ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີກ່ອນວັນທີ 20 ເມສາ. ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິງຢຸງ ກໍຢັ້ງຢືນວ່າ ລັດຖະບານມີຄວາມຕັດສິນໃຈສູງໃນການສ້າງສຳເລັດບັນດາວຽກງານກະກຽມເພື່ອສາມາດເລີ່ມດຳເນີນການກໍ່ສ້າງສະໜາມບິນລອງແທ່ງໃນທ້າຍປີ 2019.

(ແຫຼ່ງຄັດຈາກ VOV)



top