ພາບຊີວິດ

ຮສຈ.ປອ ຈາງແທງຮ່ຽນ - ຜູ້ນຳສິລະປະ ບູຮານ ສູ່ສາທາລະນະ

ຮສຈ. ປອ ຈາງແທງຮ່ຽນ (ອາຈານສອນ ຢູ່ ມະຫາວິທະຍາໄລ ວິ ຈິດສິນ ຫວຽດນາມ) ໄດ້ເປັນທີ່ຮູ້ຈັກວ່າ ເປັນໜຶ່ງໃນບັນດາແມ່ຍິງ ຜູ້ທຳອິດ ທີ່ປະສົບຜົນສຳເລັດ ໃນການສຶກສາ ປະຫວັດສາດ ສິລະປະ ສາສະໜາ. ບັນດາຜົນງານ ການຄົ້ນຄວ້າ ທີ່ໄດ້ພິມ ຈຳໜ່າຍຂອງ ທ່ານນາງ ໄດ້ຊ່ວຍນໍາ ສິລະປະ ບູຮານ ມູນເຊື້ອ ຕິດພັນກັບສາສະໜາ ເຊິ່ງເປັນວິຊາການ ໃຫ້ໃກ້ຊິດກັບ ມະຫາຊົນ ຍິ່ງຂຶ້ນ.
ຕາມ ຮສຈ. ປອ ຈາງແທງຮ່ຽນ, ປັດຈຸບັນ ຢູ່ ຫວຽດນາມ ມີປຶ້ມຄົ້ນ ຄວ້າ ທີ່ໄດ້ຂຽນເປັນຈຳນວນຫຼວງຫຼາຍ, ແຕ່ສະຫງວນ ໃຫ້ແກ່ນັກຄົ້ນຄ້ວາເທົ່ານັ້ນ, ຜູ້ອ່ານທົ່ວໄປຫາອ່ານໄດ້ຍາກ, ເຂົ້າໃຈຍາກ, ນັ້ນແມ່ນບໍ່ທັນກ່າວເຖິງບັນຫາ ເຂົາເຈົ້າ ມັກປຶ້ມຫົວນັ້ນ ຫຼື ບໍ່. ນັ້ນແມ່ນເຫດຜົນ ປຶ້ມ “ສິລະປະ ການສ້າງພະພຸດທະຮູບ ຢູ່ໃນວັດ ຫວຽດນາມ” ຂອງ ຮສຈ. ປອ ຈາງແທງຮ່ຽນ ແມ່ນປຶ້ມຄົ້ນຄວ້າ ແຕ່ໄດ້ຮັບຄວາມນິຍົມ ຫຼາຍຈາກມວນຊົນ.

“ຊາວ ຫວຽດນາມ ຈໍານວນຫຼວງຫຼາຍ ເມື່ອເຂົ້າໄປວັດ ແຕ່ບໍ່ຮູ້ວ່າ ພະພຸດທະຮູບ ອົງນີ້ ແມ່ນໃຜ, ສະໄໝໃດ, ມີຄວາມໝາຍ ແລະ ຄຸນຄ່າຫຍັງ ແລະ ອື່ນໆ... ແຕ່ຫຼັງຈາກໄດ້ອ່ານປຶ້ມຂອງ ຂ້າພະ ເຈົ້າແລ້ວ ເຂົາເຈົ້າຮູ້ໄດ້ວ່າ ເຂົາເຈົ້າໄປວັດ ເພື່ອອະທິຖານ ກັບ ພະພຸດທະຮູບ ອົງນີ້ແມ່ນໃຜ. ນັ້ນແມ່ນໜຶ່ງໃນບັນດາຄຸນຄ່າ ຕົວຈິງທີ່ສຸດ ສຳລັບປະຊາຊົນ ທີ່ຂ້າພະເຈົ້າຕ້ອງເຮັດ”  ຮສຈ ຈາງແທງ່ຮ່ຽນ ໄດ້ໄຂຄວາມໃນໃຈອອກມາຄືແນວນັ້ນ.

ຮສຈ. ປອ ຈາງແທງຮ່ຽນ ໄດ້ເປັນທີ່ຮູ້ຈັກວ່າ ເປັນໜຶ່ງໃນ ແມ່ຍິງ ຜູ້ທຳອິດ ທີ່ປະສົບຜົນສຳເລັດ ໃນການຄົ້ນຄວ້າ ປະຫວັດສາດ ສິລະປະ ສາສະໜາ. ພາບ: ແຄ໋ງລອງ/VNP

ບັນດາຜົນງານ ການຄົ້ນຄວ້າ ທີ່ໄດ້ພິມຈຳໜ່າຍຂອງ ທ່ານນາງ ໄດ້ຊ່ວຍ ນໍາສິລະປະ ບູຮານມູນເຊື້ອ ຕິດພັນກັບ ສາສະຫນາ ເຊິ່ງໄດ້ຖືວ່າ ເຂົ້າໃຈຍາກ
ແລະ ມີລັກສະນະ ນາມມະທຳ ມາແຕ່ ດັ້ງເດີມ ໄດ້ໃກ້ຊິດກັບປະຊາຊົນຍິ່ງຂຶ້ນ. ພາບ: ແຄ໋ງລອງ/VNP


ປຶ້ມຄົ້ນຄວ້າສິລະປະມູນເຊື້ອ ແລະ ພື້ນເມືອງທັງໝົດ 4 ຫົວ ທີ່ໄດ້ ຈັດພິມຈຳໜ່າຍ ໂດຍ ຮສຈ. ປອ ຈາງແທງຮ່ຽນ
ຕ່າງກໍໄດ້ຮັບລາງ ວັນ ຂອງສະມາຄົມພິມຈຳໜ່າຍ ຫວຽດນາມ. ພາບ: ແຄ໋ງ ລອງ/VNP



ຮສຈ. ປອ ຈາງແທງຮ່ຽນ ກໍາລັງແນະນຳ ກ່ຽວກັບ ການພິມ ໃຫ້ໂຮງຮຽນປະຖົມ ກິມລຽນ, ເມືອງ ໂດ໋ງດາ, ຮ່າໂນ້ຍ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້.
ຕາມນັ້ນ, ໃນປຶ້ມ, ຮສຈ ຈາງແທງຮ່ຽນ ໄດ້ອະທິບາຍ ກ່ຽວກັບສິ ລະປະ ດ້ວຍຄວາມເຂົ້າໃຈງ່າຍທີ່ສຸດ, ໃຫ້ທັງຜູ້ບໍ່ມີຄວາມຮູ້ຫຼາຍ ກ່ຽວກັບ ດ້ານສິລະປະ ແລະ ບູຮານຄະດີ ຜ່ານສະໄໝຕ່າງໆເຊັ່ນ: ຫຼີ, ເຈິ່ນ, ເລ, ມາກ, ຫງວຽນ... ຈາກນັ້ນ, ທ່ານນາງ ສາມາດນຳມາ ຮູບປະພັນ, ສັນຍາລັກຂອງ ພຸດທະສາສະໜາ ຫວຽດນາມ ໃນການປຽບທຽບ ກັບພຸດທະສາສະໜາໂລກ, ເພື່ອໃຫ້ເຫັນຄຸນຄ່າ ຂອງ ບັນດາພະພຸດທະຮູບ ໃນພຸດທະສາສະໜາ ຫວຽດນາມ ຢູ່ຈຸດໃດ.
ຕາມ ຮສຈ. ປອ ຈາງແທງຮ່ຽນ, ວັດ ບຸດຖາບ ໄດ້ຖືວ່າ ເປັນ ຕົວແທນຂອງວັດບູຮານ. ໃນວັດມີ ພະພຸດທະຮູບ ທຽນຖູທຽນຍ໊ານ (ເຈົ້າແມ່ ກວນອິນ ພັນມືພັນຕາ) ດ້ວຍໄມ້ ທີ່ສວຍງາມ, ນີ້ແມ່ນວັດ ທີ່ໄດ້ຖືວ່າ ເປັນວັດ “ພະລາຊະວົງ” ໂດຍມີ ລາຊີນີ ຈິ້ງທິ ຫງອກຈຸກ ເຂົ້າບວດ ແລະ ເຈົ້າຍິງ ເລທິຫງອກຢວຽນ ໄດ້ຂໍອະນຸຍາດ ເຈົ້າຊີວິດ ຈິ້ງ ໃຊ້ເງິນ ກຸສົນ ເພື່ອການປະຕິສັງຂອນວັດ.
 


ຕາມນັ້ນ, ໃນປຶ້ມ, ຮສຈ ຈາງແທງຮ່ຽນ ໄດ້ອະທິບາຍ ກ່ຽວກັບສິ ລະປະ ດ້ວຍຄວາມເຂົ້າໃຈງ່າຍທີ່ສຸດ, ໃຫ້ທັງຜູ້ບໍ່ມີຄວາມຮູ້ຫຼາຍ ກ່ຽວກັບ ດ້ານສິລະປະ ແລະ ບູຮານຄະດີ ຜ່ານສະໄໝຕ່າງໆເຊັ່ນ: ຫຼີ, ເຈິ່ນ, ເລ, ມາກ, ຫງວຽນ... ຈາກນັ້ນ, ທ່ານນາງ ສາມາດນຳມາ ຮູບປະພັນ, ສັນຍາລັກຂອງ ພຸດທະສາສະໜາ ຫວຽດນາມ ໃນການປຽບທຽບ ກັບພຸດທະສາສະໜາໂລກ, ເພື່ອໃຫ້ເຫັນຄຸນຄ່າ ຂອງ ບັນດາພະພຸດທະຮູບ ໃນພຸດທະສາສະໜາ ຫວຽດນາມ ຢູ່ຈຸດໃດ.

ປີ 1998, ຄຽງຄູ່ກັບການສິດສອນ, ທ່ານນາງ ຈາງແທງຮ່ຽນ ເລີ່ມຕົ້ນ ຄົ້ນຄວ້າ ກ່ຽວກັບສິລະປະບູຮານ. “ຂ້າພະເຈົ້າ ມີຄວາມຮູ້ສຶກ ວ່າ ນັ້ນແມ່ນໂລກຢູ່ອ້ອມຂ້າງຕົນ, ໃນຊີວິດ ປະຈຳວັນ, ໃນສັງຄົມ, ແຕ່ມີໜ້ອຍຄົນ ຈະເຂົ້າໃຈ ກ່ຽວກັບມັນ. ດ້ວຍເຫດນັ້ນ ຂ້າພະເຈົ້າ ເຫັນຕ້ອງການ ແລະ ຢາກຄົ້ນພົບ”, ຮສຈ ຈາງແທງຮ່ຽນ ໄດ້ໃຫ້ຮູ້ ກ່ຽວກັບເຫດຜົນ ທີ່ເລັ່ງລັດ ທ່ານນາງ ຢຶດໝັ້ນກັບຮູບແບບ ສິສະປະບູຮານ.

ແຕ່ປີ 1998 - 2002, ທ່ານນາງ ຈາງແທງຮ່ຽນ ໄດ້ໄປທັດສະນະ ສຶກສາ ຢູ່ບັນດາ ສາລາ, ວິຫານ, ວັດ ເກືອບທຸກແຫ່ງ ຢູ່ພາກເໜືອ,  ແຕ່ ຮ່າໂນ້ຍ ເຖິງ ບັກນິງ, ຮ່າຕິ້ງ, ຮຶງອຽນ… ຕາມການແບ່ງປັນ ຂອງ ເພິ່ນ, ຍ້ອນຕ້ອງ ຊອກຄົ້ນ ດ້ວຍຕົນເອງ, ບໍ່ມີໃຜນຳພາ, ເພາະສະນັ້ນ ໃນຕອນທຳອິດ ຂ້າພະເຈົ້າບໍ່ເຂົ້າໃຈຫຍັງ, ພຽງແຕ່ ໄປ ແລະ ຖ່າຍຮູບເທົ່ານັ້ນ. ຫຼັງຈາກນັ້ນ, ທ່ານນາງ ຄ່ອຍໆ ຮຽນຮູ້ ຜ່ານບັນດາປຶ້ມ ຂອງ ນັກຄົ້ນຄວ້າສິລະປະ ເຊັ່ນ: ເຈິ່ນເລີມບ່ຽນ, ຈູຫງອກຈູ໋...

ໃນປີ 2000, ທ່ານນາງ ໄດ້ຂຽນບົດນິພົນ ຈົບຊັ້ນປະລິນຍາໂທ ກ່ຽວກັບ ຮູບແບບຂອງ ເຈົ້າແມ່ກວນອິນ ແລະ ນັ້ນແມ່ນບາດກ້າວ ທໍາອິດ ທີ່ສໍາຄັນ ໃນການສຶກສາ ກ່ຽວກັບ ສິລະປະ ສາສະໜາພຸດ.

ປຶ້ມຫົວທຳອິດ ໄດ້ຮັບພິມຈຳໜ່າຍ ໂດຍທ່ານນາງ ຈາງແທງຮ່ຽນ ເມື່ອປີ 2005 ດ້ວຍຫົວຂໍ້: “ເຈົ້າແມ່ກວນອິນ ທຽນຖູທຽນຍ໊ານ (ເຈົ້າແມ່ກວນອິນ ພັນມື ພັນຕາ) ຢູ່ ຫວຽດນາມ”. ປຶ້ມຫົວນີ້ ໄດ້ຮັບການຕີລາຄາສູງ ໃນເວລານັ້ນ ເນື່ອງຈາກວ່າ ການສະຫຼຸບ, ຕີລາຄາ ການພັດທະນາ ຂອງ ສິລະປະ ການສ້າງຮູບປັ້ນ ເຈົ້າແມ່ ກວນອິນ, ເຊິ່ງເປັນປຶ້ມ ທີ່ໄດ້ຮັບລາງວັນ ຂອງ ສະມາຄົມພິມ ຈຳໜ່າຍ.

ສິ່ງທີ່ເຮັດໃຫ້ ທ່ານນາງ ຈາງແທງຮ່ຽນ ມີຄວາມແຕກຕ່າງຈາກບັນດານັກຄົ້ນຄວ້າ ປະຫວັດສາດ, ມໍລະດົກ, ບູຮານຄະດີ, ຕາມທ່ານນາງແລ້ວ, ນັ້ນແມ່ນການຄົ້ນຄວ້າຄຸນຄ່າ ສ້າງຮູບຂອງສິລະປະບູຮານ. ສິລະປະ ບູຮານຂອງ ຫວຽດນາມ ມີຂະໜາດໃຫຍ່ຫຼວງ, ຕິດພັນກັບ ສາລາ, ວັດວາອາຮາມ ແລະ ວັດທະນະທຳ ພື້ນເມືອງ, ແຕ່ເພື່ອ “ອ່ານ” ໄດ້ຄຸນຄ່າສິລະປະ, ຊີ້ແຈງໄດ້ແບບແຜນ, ການກ່ຽວພັນ ລະຫວ່າງຊີວິດສັງຄົມ ກັບ ສິລະປະ, ຮູບແບບສິລະປະນັ້ນ ໃນສະພາບປະຫວັດສາດ ຈຶ່ງເປັນການຍາກ. ນັ້ນແມ່ນ ເຫດຜົນ ປຶ້ມຫົວທີ 4 ທີ່ໃສ່ຊື່ວ່າ “ສິລະປະສ້າງພະພຸດທະຮູບ ຢູ່ວັດຂອງ ຫວຽດນາມ” ໄດ້ພິມຈຳໜ່າຍ ໃນປີ 2020. ປຶ້ມດັ່ງກ່າວ ໄດ້ຕີລາຄາວ່າ ມີຄຸນຄ່າສູງ ໃນການສຶກສາ ສິລະປະ ພຸດທະສາສະໜາບູຮານ ຂອງ ຫວຽດນາມ.

ຕາມ ຮສຈ ຈາງແທງຮ່ຽນ, ຫວຽດນາມ ແມ່ນປະເທດທີ່ມີມູນເຊື້ອ ທາງພຸດທະສາສະໜາ ມາແຕ່ດົນນານ. ການສຶກສາວ່າດ້ວຍ ສາສະໜາພຸດ ມີຫຼາຍສາຂາເຊັ່ນ: ແນວຄິດ, ປະຫວັດສາດ...
ແຕ່ ການສຶກສາ ທາງດ້ານສິລະປະ ແລະ ວິຈິດສິນ, ນີ້ແມ່ນສາຂາທີ່ ຍັງວ່າງເປົ່າຫຼາຍ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້.


ຮສຈ ຈາງແທງຮ່ຽນ ພວມແນະນຳໃຫ້ ພວກນ້ອງນັກຮຽນ ກ່ຽວກັບ ວິທີພິມປະເພດພາບ ກິມຮວ່າງ ໃນງານວາງສະແດງຮູບແຕ້ມພື້ນເມືອງ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້.



ຮສຈ ຈາງແທງຮ່ຽນ ແນະນຳໃຫ້ບັນດານ້ອງນ້ອຍ ທຳຄວາມ ລື້ງ ເຄີຍ ກັບຮູບແຕ້ມພື້ນເມືອງ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້.



ຮສຈ ຈາງແທງຮ່ຽນ ພວມແນະນຳໃຫ້ພວກນ້ອງນັກຮຽນ ກ່ຽວກັບ ວິທີ ພິມປະເພດພາບ ກິມຮວ່າງ ຢູ່ໃນງານວາງສະແດງ ຮູບແຕ້ມພື້ນເມືອງ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້.


ຜ່ານງານວາງສະແດງ ຮູບແຕ້ມພື້ນເມືອງ, ຮສຈ ຈາງແທງຮ່ຽນ ມີຄວາມປາດຖະໜາ ຢາກໃຫ້ ພວກນ້ອງນ້ອຍ ມີຄວາມເຂົ້າໃຈກ່ຽວກັບ ສິລະປະບູຮານ ຂອງ ຫວຽດນາມ ຍິ່ງຂຶ້ນ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້.


ຮສຈ ຈາງແທງຮ່ຽນ ແນະນຳນັກທ່ອງທ່ຽວ ຕ່າງປະເທດ ວິທີແຕ້ມຮູບພື້ນເມືອງ ຫວຽດນາມ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້.


ຮສຈ ຈາງແທງຮ່ຽນ ສົນທະນາກັບບັນດາສະມາຊິກ ສະມາຄົມ ນັກປັນຍາຊົນ ຫວຽດນາມ ກ່ຽວກັບຮູບແຕ້ມພື້ນເມືອງ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້.
ຕາມ ຮສຈ ຈາງແທງຮ່ຽນ, ຫວຽດນາມ ແມ່ນປະເທດທີ່ມີມູນເຊື້ອ ທາງພຸດທະສາສະໜາ ມາແຕ່ດົນນານ. ການສຶກສາ ວ່າດ້ວຍ ສາສະໜາພຸດ ມີຫຼາຍສາຂາເຊັ່ນ: ແນວຄິດ, ປະຫວັດສາດ... ແຕ່ການສຶກສາ ກ່ຽວກັບສິລະປະ ແລະ ວິຈິດສິນ, ນີ້ແມ່ນສາຂາ ທີ່ຍັງວ່າງເປົ່າຫຼາຍ. ສາຂາວ່າງເປົ່ານີ້ ແມ່ນຂ້ອນຂ້າງສໍາຄັນ ຍ້ອນມີ ຄວາມກ່ຽວພັນເຖິງ ບັນດາ ບັນຫາທີ່ມີ ລັກສະນະສົດໆ ຮ້ອນໆ ວ່າດ້ວຍການ ອະນຸລັກຮັກສາ ວັດທະນະທໍາ ແລະ ອະນຸລັກ ຮັກສາ ມໍລະດົກ. ດ້ວຍເຫດນັ້ນ, ຈິ່ງມັກຈະມີການ ໂຕ້ຖຽງກັນ, ເມື່ອສ້າງວັດ, ສ້າງຮູບປັ້ນ ຈະໃຊ້ຕົ້ນແບບໃດ ເພື່ອ ບໍ່ໃຫ້ “ລະເມີດ”.

ບໍ່ພຽງແຕ່ເທົ່ານັ້ນ, ທ່ານນາງ ຈາງແທງຮຽນ ຍັງໄດ້ເປັນທີ່ຮູ້ຈັກວ່າ ເປັນນັກຈິດຕະກອນ ຜູ້ມີຄວາມຫຼົງໄຫຼ ກັບການປະດິດແຕ່ງ ນໍາໃຊ້ ວັດຖຸ ພື້ນເມືອງ ໄດ້ “ເປົ່າ” ລົມຫາຍໃຈ ແຫ່ງຍຸກສະໄໝ ດ້ວຍກຳ ລັງຊີວິດທີ່ສົດໃສ ແລະ ໃໝ່ອ່ຽມ... ເຈ້ຍທີ່ນາງເລືອກໃຊ້ແມ່ນເຈ້ຍເຮັດດ້ວຍມືຂອງຊາວ ນຸ່ງອານ ຊຶ່ງເປັນເຈ້ຍ ພື້ນເມືອງ ຊະນິດໜຶ່ງ ທີ່ບໍ່ຄ່ອຍດີປານໃດ ທີ່ຊາວ ນຸ່ງອານ ມັກໃຊ້ເພື່ອ ບັນທຶກຄຳພີ, ແຕ້ມພາບສຳລັບບູຊາ ໃນສະໄໝບູຮານ ແລະເພື່ອການແຕ້ມຮູບ. ເຈ້ຍຫັດຖະກໍາ ມີຄວາມງາມຂອງມັນ, ເພື່ອສະແດງ ຮູບແບບ ການແຕ້ມຮູບ ພື້ນເມືອງຂອງຊາວຕາເວັນອອກ.
 
ບົດ: ຖາວວີ - ພາບ: ແຄ໋ງລອງ, ຜູ້ກ່ຽວສະໜອງໃຫ້ - ແປໂດຍ: ບິກລຽນ



top