ພາບຊີວິດ

ຮສຈ. ປອ ໂຮ່ທິແທງເວິນ, ນັກວິທະຍາສາດໜຸ່ມ ທີ່ມີຄວາມສາ ມາດ ຂອງໂລກ ປີ 2022

ໃນ​ຈຳນວນ​ນັກວິທະຍາສາດ​ໜຸ່ມ ມີຄວາມສາມາດ 15 ຄົນ ທີ່ມາ ຈາກ 5ທະວີບ​

ໃນ​ຈຳນວນ​ນັກວິທະຍາສາດ​ໜຸ່ມ ມີຄວາມສາມາດ 15 ຄົນ ທີ່ມາ ຈາກ 5ທະວີບ​ ໄດ້​ຮັບ​ລາງວັນ “ນັກວິທະຍາສາດ​ໜຸ່ມ​ ມີ​ຄວາມ ສາມາດລະດັບ​ໂລກ​” ​ໃນປີ 2022 ​ໂດຍ​ມູນ​ນິທິ L'Oréal ​ແລະ UNESCO ​ໄດ້ມີໜ້າຂອງ ​ທ່ານ​ນາງ ຮອງ​ສາດສະດາຈານ, ປະ ລິນຍາເອກ (ຮສຈ. ປອ) ​ໂຮ່ທິ​ແທງ​ເວິນ ດ້ວຍ​ໂຄງການ “ຄົ້ນຄວ້າ ​ພັດທະນາ ແບັກເຕີລີ ເຊື້ອເພີງ ແລະ ພະລັງງານ ໄຮໂດຣເຈນ ສີ ຂຽວ - ສ້າງວົງຈອນ ໝູນວຽນ ພະລັງງານສີຂຽວ, ທົດແທນ ແລະ ຍືນຍົງ, ຫຼີກເວັ້ນການເຜົາເຊື້ອໄຟຟອດຊິວ ແລະ ຫຼຸດຜ່ອນ ການ ປ່ອຍ ອາຍພິດ ກາກບອນ”. 

ທ່ານນາງ ຮອງສາດສະດາຈານ, ປະລິນຍາເອກ ໂຮ່ທິແທງເວິນ. 

ທ່ານນາງ ຮສຈ. ປອ ໂຮ່ທິແທງເວິນ ເກີດເມື່ອປີ 1980 ຢູ່ແຂວງ ດ່ົງທາບ ໃນຄອບຄົວມີມູນເຊື້ອດ້ານການສຶກສາ. ປີ 1998, ທ່ານ ນາງ​ ໄດ້​ເຂົ້າ​ຮຽນ ​ຢູ່​ມະຫາວິທະຍາ​ໄລ​ສັບພະວິຊາ, ມະຫາວິທະ ຍາໄລ​ແຫ່ງ​ຊາດ​ ນະຄອນ​ໂຮ່ຈີ​ມິນ ໂດຍບໍ່ຕ້ອງຜ່ານ ການສອບ ເສັງ. ຫຼັງຈາກຮຽນຈົບ, ທ່ານນາງ ໄດ້ຖືກເຊີນ ເປັນອາຈານສອນ ວິຊາເຄມີ ອະນົງຄະທາດ, ພາກວິຊາເຄມີ ຂອງ ໂຮງຮຽນ.

ຫຼັງຈາກຮຽນຈົບປະລິນຍາໂທ ໃນປີ 2006, ທ່ານນາງ ແທງເວິນ ໄດ້ຮັບທຶນການສຶກສາປະລິນຍາເອກເຕັມ ຈາກມະຫາວິທະຍາ ໄລ ວິທະຍາສາດ ແລະ ເຕັກນິກ ໄຕ້ຫວັນ ແລະ ໄດ້ຮັບໃບປະ ກາດ ກ່ອນກຳນົດເວລາ (ບໍ່ຮອດ 3 ປີ) ຢ່າງດີເດັ່ນເມື່ອໄດ້ຕີພິມ ສິດທິບັດໜຶ່ງ ຢູ່ ສ ອາເມລິກາ, ສິດທິບັດໜຶ່ງຢູ່ ໄຕ້ຫວັນ ໃນຂົງ ເຂດ ພະລັງງານໃໝ່, ລົງໜັງສືພິມສາກົນ 3 ບົດ ທີ່ສັງກັດບັນຊີ ລາຍຊື່ ISI ຊົງອິດທິພົນ.

ເດືອນ ກັນຍາ 2013, ປອ ແທງເວິນ ກັບ​ຄືນ​ ຫວຽດ​ນາມ, ຮັບ​ຕຳ​ແໜ່ງ​ເປັນຫົວ​ໜ້າຫ້ອງການ ​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ​ການພົວ​ພັນ​ຕ່າງ​ປະ​ເທດ ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ ​ຊັບ​ພະ​ຍາ​ກອນ ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ ນະ​ຄອນ ໂຮ່​ຈິ​ມິນ ນັບ​ແຕ່​ເດືອນ ມັງກອນ 2014. ທ່ານນາງໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ໃນວຽກງານ ການສິດສອນ ແລະ ຄົ້ນຄວ້າວິທະຍາສາດ ແລະ ມາຮອດປັດຈຸ ບັນ ໄດ້ຕີພິມ 90 ບົດ ລົງວາລະສານຢູ່ພາຍໃນ ແລະ ຕ່າງປະ ເທດ. ທ່ານນາງ ຍັງໄດ້ ເຂົ້າຮ່ວມກວ່າ 10 ໂຄງການ ແລະ ຫົວຂໍ້ ວິທະຍາສາດ ແລະ ເຕັກໂນໂລຊີ ຢູ່ພາຍໃນ ແລະ ຕ່າງປະເທດ; ໄດ້​ຮັບ​ລາງວັນ​ວິທະຍາສາດ​ ເຕັກ​ໂນ​ໂລ​ຊີ ​ລະດັບ​ຊາດ ​ແລະ ສາ ກົນ ​ທີ່​ມີ​ຊື່​ສຽງ​ຫຼາຍ​ລາງວັນ.

 

ໃນປີ 2016, ປອ ໂຮ່ທິແທງເວິນ ​ໄດ້ສະພາ ສາດສະດາຈານ​ແຫ່ງ​ລັດ ​ພິຈາລະນາ​ ຮັບ​ຮອງ​ເປັນ​ ຮອງສາດສະດາຈານ, ​ໃນ​ເວລາ​ນັ້ນ​ ທ່ານນາງ​ ມີ​ອາຍຸ​ພຽງ 36 ປີ. ທ່ານນາງ ໄດ້ແບ່ງປັນວ່າ: "ຂ້າພະເຈົ້າໄດ້ ຄົ້ນຄວ້າ ກ່ຽວກັບ ແບັກເຕີລີ ເຊື້ອໄຟ ແລະ ແບັກເຕີລີ ພະລັງງານ ແສງຕາເວັນ ແຕ່ເວລາເຮັດວຽກ ຢູ່ຕ່າງປະເທດ ຂ້າພະເຈົ້າ ເຫັນວ່າ ນີ້ແມ່ນ ທິດທາງການຄົ້ນຄວ້າ ທີ່ຈໍາເປັນ ແລະ ຮີບດ່ວນທີ່ສຸດ ເພາະວ່າ ແຫຼ່ງພະລັງງານ ຟອດຊິວ ແມ່ນແຫຼ່ງພະລັງງານຕົ້ນຕໍ ມີປະລິມານບົ່ມຊ້ອນ ຢ່າງຈຳກັດ, ກຳລັງຄ່ອຍໆ ໝົດໄປ ແລະ ຈະນັບມື້ນັບຂາດແຄນ ຕາມວັນເວລາ. 

 

ເປັນທີ່ຮູ້ຈັກກັນວ່າ ໃນ ແບັກເຕີລີ ເຊື້ອໄຟ ທໍາມະດາ, ສ່ວນປະ ກອບ ລວມມີ ອາຍ hydrogen, methanol, ethanol, ທາດຫັນ ເປັນຂີ້ໝ້ຽງ ແລະ ຂົ້ວໄຟຟ້າສອງສົ້ນ ແມ່ນເຮັດດ້ວຍຄຳຂາວ ແລະ ຖ່ານທີ່ມີປະລິມານ ກາກບອນຫຼາຍ. ການນໍາໃຊ້ທາດເລັ່ງ ດ້ວຍຄຳຂາວ ເຮັດໃຫ້ຄ່າໃຊ້ຈ່າຍ ຂອງ ແບັກເຕີລີເຊື້ອໄຟ ເພີ່ມ ຂຶ້ນ, ສ່ວນຖ່ານ ທີ່ມີປະລິມານກາກບອນຫຼາຍ ບໍ່ມີຄວາມທົນ ທານ ແລະ ເປັນພິດ ຕໍ່ສິ່ງແວດລ້ອມ. ດ້ວຍເຫດນັ້ນ, ນັບ​ແຕ່​ປີ 2011 ​ເປັນ​ຕົ້ນ​ມາ, ຮສຈ. ປອ ​ໂຮ່ທິ​ແທງເວິນ ​ແລະ ​ເພື່ອນ​ຮ່ວມ​ງານ​ ໄດ້ທໍາການ​ຄົ້ນ​ຄ້ວາ ​ແລະ ພັດທະນາປະເພດ​ວັດຖຸ​ໃໝ່​ນີ້, ທັງ​ປັບປຸງ​ຄວາມສາມາດ ​ທົນ​ທານ ​ຕໍ່​ສານ​ພິດ CO ​ແລະ ທັງທົດ​ແທນ 25% ປະລິມານ ຄໍາຂາວ ຂອງ ​ຜະລິດ​ຕະ​ພັນ.

 

 

ຮສຈ. ປອ ແທງເວິນ ພາຍຫຼັງ​ກັບ​ຄືນ​ມາ​ສອນ ​ແລະ ຄົ້ນ​ຄ້ວາ ກ່ຽວກັບ​ຂົງເຂດແບັກເຕີລີ​ເຊື້ອ​ໄຟ ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ນາໆ ປະການ. ຕ່າງກັບຄວາມຄາດຫວັງ, ແຫຼ່ງທຶນ, ຄ່າໃຊ້ຈ່າຍ ແລະ ອຸປະກອນຫ້ອງທົດລອງ, ເຕັກນິກ ການວິເຄາະ ທີ່ມະຫາວິ ທະຍາໄລ ຍັງຈໍາກັດ,  ມີຫຼາຍຢ່າງຕ້ອງໄດ້ສັ່ງຊື້ ມາຈາກຕ່າງ ປະ ເທດເຊັ່ນ: ສານເຄມີ ທີ່ໃຊ້ໃນການສັງເຄາະວັດສະດຸ, ວິທີການ ວັດແທກ, ວິເຄາະ...

ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຕົວ​ແບບ​​ທີມ​ຄົ້ນ​ຄວ້າ, ຄວາມ​ສາມາດ ໃນ ການ​ເຮັດວຽກເປັນ​ທີມ​ ຍັງບໍ່​ທັນ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ແທ້​ຈິງ​ຢູ່ ຫວຽດນາມ ກໍ​ແມ່ນ​ສິ່ງ​ກີດຂວາງ​ ໃນ​ການ​ປະຕິບັດ​ບັນດາ​ທິດ​ທາງ​ຄົ້ນຄວ້າ​ໃໝ່. ຢ່າງໃດກໍຕາມ, ຄວາມຫຍຸ້ງຍາກບໍ່ໄດ້ເຮັດໃຫ້ ຮສຈ.ປອ ໜຸ່ມຄົນນີິ້ ທໍ້ຖອຍໃຈ, ທ່ານນາງ ຍິ່ງມີຄວາມກະຕືລືລົ້ນ ຢາກຊອກຫາ, ເອົາຊະນະ ອຸປະສັກທຸກຢ່າງ ກ່ຽວກັບເງື່ອນໄຂ ດ້ານວັດຖຸ ແລະ ພັດທະນາການຄົ້ນຄວ້າ.

ແບ່ງປັນ​ກ່ຽວ​ກັບ​ວຽກ​ງານ​ຄົ້ນ​ຄວ້າ, ຮສຈ.ປອ ​ໂຮ່ທິ​ແທງ​ເວິນ ​ໃຫ້​ຮູ້​ວ່າ: “ການ​ຄົ້ນ​ຄວ້າ​ນີ້ ຈະ​ຊ່ວຍ​ຫຼຸດຜ່ອນ​ການ​ນຳ​ໃຊ້​ໂລຫະທີ່​ມີ​ຄ່າຄື ຄຳຂາວ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານຄ່າໃຊ້ຈ່າຍ, ເຄື່ອນ ໄຫວ ​ແລະ ຄວາມ​ທົນ​ທານສູງ ​ເພື່ອ​ສາມາດດຳ​ເນີນ​ທຸລະ​ກິດ​ປະເພດ ແບັກເຕີລີ ເຊື້ອໄຟ ​ທີ່​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມນີ້.

ຜົນສຳ​ເລັດ​ຂອງ​ການຄົ້ນຄວ້າ​​ນີ້ ​ຈະ​ປະກອບສ່ວນ​ເປີດອອກ​ເສັ້ນ ທາງ​ ​ຫັນ​ໄປສູ່ພື້ນຖານ​ເສດຖະກິດ ໝູນວຽນ, ຕາມນັ້ນ​ເຊື້ອເພີງ ທົດແທນ, ເຊື້ອເພີງສີຂຽວ ​ແລະ ຍືນ​ຍົງ​ ຈະ​ຖືກ​ນຳ​ໃຊ້ໃນວົງຈອນ​ຢ່າງ​ຕໍ່​ເນື່ອງ ​ໃນ​ອະນາຄົດ​ຢູ່​ ຫວຽດນາມ​ ​ແລະ ​ໃນ​ໂລກ.

 

- ປີ 2019, ຮສຈ.ປອ ໂຮ່ທິແທ່ງເວິນ ໄດ້ຮັບກຽດ ຈາກສະພາ ກວດສອບ UNESCO ແລະ ມູນນິທິ L'Oreal ເຊີດຊູວ່າ ເປັນ ນັກວິທະຍາສາດຍິງ ດີເດັ່ນ ຂອງ ຫວຽດນາມ ປະຈໍາປີ 2019 ກ່ຽວກັບໂຄງການຄົ້ນຄວ້າ ກ່ຽວກັບການສັງເຄາະຕົວເລັ່ງ nano ກັບໂລຫະ ປະສົມ Pt-Mo ໃນວັດສະດຸ nano Ti0, 8W0, 202 ເພື່ອປັບປຸງ ຄວາມທົນທານ ຕໍ່ການເປັນພິດ CO ແລະ ຫຼຸດຜ່ອນ ລາຄາຕົ້ນທຶນ ສໍາລັບ ປະເພດ ແບັກເຕີລີ ເຊື້ອໄຟ ໂດຍນຳໃຊ້ methanol ໂດຍກົງ ຊຶ່ງ ເປັນຮູບແບບ ພະລັງງານທົດແທນ.

- ປີ 2020, ຮສຈ.ປອ ​ໂຮ່ທິ​ແທງ​ເວິນ ​ຖືກຈັດຢູ່ໃນອັນດັບ 23/100 ນັກວິທະຍາສາດ ທີ່ເປັນຕົວແທນ ຂອງ ​ອາຊີ​ ໂດຍວາລະສານ Asian Scientist ເປັນຜູ້ເລືອກເຟັ້ນ. 

- ວັນທີ 22 ມິຖຸນາ 2022, ສະພາ ກວດສອບ UNESCO  ແລະ ມູນນິທິ L'Oreal ໄດ້ມອບລາງວັນ ນັກວິທະຍາສາດໜຸ່ມ ມີ ຄວາມສາມາດ ຂອງໂລກປີ 2022 ໃຫ້ ຮສຈ.ປອ ໂຮ່ທິແທງເວິນ ທ່ີໄດ້ປະກອບສ່ວນ​ອັນ​ພົ້ນ​ເດັ່ນ​ໃຫ້​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ດ້ວຍໂຄງການ “ຄົ້ນຄວ້າ ແລະ ການພັດທະນາ ແບັກເຕີລີ ເຊື້ອເພີງ ແລະ ພະລັງງານໄຮໂດຣເຈນ ສີຂຽວ - ສ້າງວົງຈອນ ໝູນວຽນ ພະລັງງານສີຂຽວ, ທົດແທນ ແລະ ຍືນຍົງ”.

  ປະຕິບັດໂດຍ: VNP/ທົງຫາຍ - ແປໂດຍ: ບິກລຽນ