ດ້ວຍຄວາມປະທັບໃຈ ໃນການຕົກແຕ່ງເຄື່ອງທອງເຄືອບສີ ເຄືອບ ຢູ່ ຕາມສຸສານ ຂອງ ເມືອງ ເຫວ້, ນາງສາວ ໜຸ່ມລຸ້ນ 9x ຫງວຽນຮວ່າງແອງ ພ້ອມກັບເພື່ອນຮ່ວມງານ ໃນກຸ່ມ ຮວ້າເກີ໋ມ ໄດ້ປະດິດສ້າງເຕັກນິກໃໝ່ ເອີ້ນວ່າ ຮວ້າກີມຊາ (ແຕ້ມ ໂລຫະ ຊາຍ) ເຂົ້າ ໃນບັນດາຜະລິດຕະພັນ ສິລະປະຍຸກໃໝ່ ເພື່ອແນ ໃສ່ເຊີດຊູຄວາມງາມ ທາງວັດທະນະທຳ ແລະ ສິລະປະ ພື້ນ ເມືອງ ຂອງ ຫວຽດນາມ.
ດ້ວຍຄວາມປະທັບໃຈ ໃນການຕົກແຕ່ງເຄື່ອງທອງເຄືອບສີ ເຄືອບ ຢູ່ ຕາມສຸສານ ຂອງ ເມືອງ ເຫວ້, ນາງສາວ ໜຸ່ມລຸ້ນ 9x ຫງວຽນຮວ່າງແອງ ພ້ອມກັບເພື່ອນຮ່ວມງານ ໃນກຸ່ມ ຮວ້າເກີ໋ມ ໄດ້ປະດິດສ້າງເຕັກນິກໃໝ່ ເອີ້ນວ່າ ຮວ້າກີມຊາ (ແຕ້ມ ໂລຫະ ຊາຍ) ເຂົ້າ ໃນບັນດາຜະລິດຕະພັນ ສິລະປະຍຸກໃໝ່ ເພື່ອແນ ໃສ່ເຊີດຊູຄວາມງາມ ທາງວັດທະນະທຳ ແລະ ສິລະປະ ພື້ນ ເມືອງ ຂອງ ຫວຽດນາມ.
ນາງ ຫງວຽນຮວ່າງແອງ, ຫົວໜ້າກຸ່ມ ຮວ້າເກີ໋ມໃຫ້ຮູ້ວ່າ ໃນເວ ລາໄປທ່ຽວເມືອງ ເຫວ້, ໄປຢ້ຽມຢາມບັນດາສຸສານ, ນາງ ມີ ຄວາມປະທັບໃຈຢ່າງຍິ່ງ ຍ້ອນຄວາມອັນປານີດ ແລະ ພິຖີພິຖັນ ຈາກບັນດາເຄື່ອງຕົກແຕ່ງ ຢູ່ທີ່ນີ້. ຮຽນຈົບຈາກຂະແໜງ ອອກ ແບບ ກຣາຟິກ ຈາກມະຫາວິທະຍາໄລ ວິຈິດສິນ ອຸດສາຫະກຳ (ຮ່າໂນ້ຍ), ນາງ ຮວ່າງແອງ ເລີ່ມຄົ້ນຄວ້າ ເອກະສານປະຫວັດ ສາດ ທີ່ກ່ຽວພັນເຖິງວິທີການ, ເຕັກນິກການເຄືອບ, ພ້ອມດຽວ ກັນ ກໍ່ຊອກຫາຊາວໜຸ່ມ ຜູ້ທີ່ມີຄວາມຮັກມັກສິລະປະ ພື້ນເມືອງ ນີ້ ເພື່ອກໍ່ຕັ້ງກຸ່ມ ຮວ້າເກີ໋ມ ໃນປີ 2020.
ຕາມການແບ່ງປັນ ຂອງ ນາງ ຮ່ວາງແອງ, ຜ່ານການຄົ້ນຄວ້າເອກະສານ, ເຕັກນິກຜະລິດເຄື່ອງທອງ ເຄືອບສີເຄືອບ ຊຶ່ງແມ່ນ ຊື່ເອີ້ນ ຂອງ ຜະລິດຕະພັນວິຈິດສິນ ມີສ່ວນຫຼັກເຮັດດ້ວຍທອງ, ທາງນອກ ແຕ້ມສີ ໜຶ່ງຊັ້ນ ຫຼື ຫຼາຍຊັ້ນ ແລ້ວນຳໄປເຜົາ. ເນື່ອງຈາກວິທີການຜະລິດພິເສດ, ສະນັ້ນເຄື່ອງທອງ ເຄືອບສີເຄືອບ ບໍ່ພຽງແຕ່ມີຄວາມງາມໃນດ້ານຮູບນອກເທົ່ານັ້ນ, ແຕ່ຍັງມີຄວາມ ສາມາດທົນຕໍ່ ແຮງກະທົບ ຫຼື ການລຸ້ຍຫ້ຽນຂອງ ສິ່ງແວດລ້ອມ ແລະ ພູມອາກາດ ອີກດ້ວຍ.
ເຖິງຢ່າງໃດກໍຕາມ, ນາງ ຮວ່າງແອງ ໄດ້ສັງເກດເຫັນວ່າ ເຕັກ ນິກການຜະລິດ ເຄື່ອງທອງ ເຄືອບສີເຄືອບ ຕາມຕົ້ນສະບັບ ແມ່ນມີຄວາມ ສັບສົນ ທີສຸດ ຕ້ອງຜ່ານ 7 ຂັ້ນຕອນຫຼັກ ແລະ 108 ຂັ້ນຕອນສຳຮອງ ແລະ ຖ້າວ່າ ຢາກນຳເອົາສິລະປະ ທີ່ ຖືກຫຼົງລືມນີ້ ຂອງ ຫວຽດນາມ ຟື້ນຊີບຄືນໃໝ່ ຈະຕ້ອງເຮັດ ແນວໃດໃຫ້ ມັນງ່າຍ, ເຂົ້າເຖິງງ່າຍ ແລະ ປະຕິບັດ ກໍງ່າຍກວ່າ ທີ່ໄດ້ເຮັດ ຕາມແບບເດີມ. ດ້ວຍເຫດນັ້ນ, ພາຍຫຼັງໃຊ້ເວລາ ເພື່ອການຄົ້ນຄວ້າ ແລະ ທົດລອງ, ນາງ ຮວ່າງແອງ ແລະ ເພື່ອນ ຮ່ວມງານ ກຸ່ມ ຮວ້າເກີ໋ມ ໄດ້ປັບປຸງສິລະປະນີ້ໃຫ້ກະທັດລັດ ທີ່ ສຸດລວມມີ 3 ຂັ້ນຕອນເຊັ່ນ: ເບັດເສັ້ນທອງ, ແຕ້ມສີ ແລະ ເຄືອບສີ, ໂດຍຊື່ໃໝ່ວ່າ ຮວ້າກີມຊາ. ໃນນັ້ນ ຮວ້າ ແມ່ນ ແຕ້ມ, ກີມ ແມ່ນ ເສັ້ນທອງ, ຊາ ແມ່ນ ຊາຍສີ ທ່ີເຮັດໃຫ້ຜະລິດຕະພັນ ມີເອກະລັກ ສະເພາະ.
ນາງ ຮວ່າງແອງ ໃຫ້ຮູ້ວ່າ ການປັບປຸງແບບກະທັດລັດນີ້ ບໍ່ເຮັດ ໃຫ້ສູນເສຍຄວາມງາມ ຂອງ ບັນດາຜະລິດຕະພັນ ທີ່ເຮັດຕາມເຕັກນິກ ດັ້ງເດີມ, ແຕ່ຍັງເຮັດໃຫ້ບັນດາຂັ້ນຕອນປະຕິບັດ ງ່າຍ ຍິ່ງຂຶ້ນ, ຫຼາຍຄົນກໍ່ສາມາດ ຜະລິດ ບັນດາຜະລິດຕະພັນ ປະດັບປະດາ ນໍາໃຊ້ໃນຊີວິດ ປະຈໍາວັນ ດ້ວຍຕົນເອງ.
ນາງ ຮວ່າງແອງ ແລະ ເພື່ອຮ່ວມງານ ເລີ່ມໝູນໃຊ້ ຮວ້າກີມຊາ ເພື່ອການປະດັບປະດາ ຜະລິດຕະພັນທີ່ລະນຶກ, ສົມທົບກັບ ວັດ ສະດຸໄມ້ ແລະ ປຼາສຕິກ ເຊັ່ນ: ເຄດ ມືຖື, ແຜ່ນຮອງຈອກ, ເຄື່ອງ ຫ້ອຍໂທລະສັບ, ປະຕິທິນ, ພັດລົມ, ຮູບແຕ້ມ. ຕາມປົກກະຕິ ຕ້ອງໃຊ້ເວລາ 5-10 ມື້ ເພື່ອສ້າງຜະລິດຕະພັນ ຕາມເຕັກນິກ ຮວ້າກີມຊາ.
ດ້ວຍຄວາມປາດຖະໜາເຊີດຊູ ແລະ ເຜີຍແຜ່ຄວາມສວຍງາມຂອງ ສິລະປະວັດທະນະທຳ ພື້ນເມືອງ ຫວຽດນາມ ຜ່ານເຕັກ ນິກ ຮວ້າກີມຊາ, ກຸ່ມຮວ້າເກີ໋ມ ໄດ້ຈັດງານສຳມະນາ workshop ຫຼາຍຄັ້ງຢູ່ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ ເພື່ອແນະ ນຳໂດຍກົງ ໃຫ້ເພື່ອນຊາວໜຸ່ມ ເຂົ້າໃຈ, ປະຕິບັດ ແລະ ສຳຜັດຕົວຈິງ.
ບົດ: ເງິນຮ່າ - ພາບ: ແຄ໋ງລອງ - ແປໂດຍ: ບິກລຽນ