ຂ່າວສານ

ອ​ຽນ​ຕື - ຫວິງ​ງຽມ - ໂກນ​ເຊີນ, ກ​ຽບ​ບາກ ​ຮັບ​ໃບ​ຢັ້ງ​ຢືນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໂລກ

ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ຍົກອອກບັນດາຄຳໝັ້ນສັນຍາເພື່ອແນໃສ່ປົກປ້ອງຄຸນຄ່າພົ້ນເດັ່ນທົ່ວໂລກ ຂອງມໍລະດົກກ່ຽວກັບ ລັກສະນະຄົບຖ້ວນ ແລະ ຖືກຕ້ອງຂອງມໍລະດົກຕາມບັນດາມາດຖານ ແລະ ຂໍ້ສະເໜີຂອງ UNESCO.
ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ກ່າວຄຳເຫັນທີ່ ພິທີ

ຕອນຄ່ຳວັນທີ 20 ທັນວາ, ຢູ່ເຂດມໍລະດົກ ແລະ ເຂດປູຊະນີຍະສະຖານອຽນຕື, ຄະນະກຳມະການປະຊາຊົນແຂວງ ກວ໋າງນິງ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນ ຫ໋າຍຝ່ອງ ແລະ ຄະນະກຳມະການປະຊາຊົນແຂວງ ບັກນິງ ຈັດພິທີຕ້ອນຮັບໃບປະກາດ UNESCO ເຊິ່ງຢັ້ງຢືນເຂດມໍລະດົກ ແລະ ເຂດປູຊະນີຍະສະຖານ ອຽນຕື  - ຫວິງງຽມ  - ໂກນເຊີນ, ກຽບບາກ ແມ່ນມໍລະດົກວັດທະນະທຳຂອງໂລກ. ກ່າວຄຳເຫັນທີ່ພິທີ, ໂດຍຕາງໜ້າລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ມາຍວັນຈິງ ໄດ້ຍົກອອກບັນດາຄຳໝັ້ນສັນຍາເພື່ອແນໃສ່ປົກປ້ອງຄຸນຄ່າພົ້ນເດັ່ນທົ່ວໂລກ ຂອງມໍລະດົກກ່ຽວກັບ ລັກສະນະຄົບຖ້ວນ ແລະ ຖືກຕ້ອງຂອງມໍລະດົກຕາມບັນດາມາດຖານ ແລະ ຂໍ້ສະເໜີຂອງ UNESCO, ການຄຸ້ມຄອງສັງລວມ, ລະຫວ່າງຂະແໜງ, ຮັບປະກັນຄວາມກົມກຽວລະຫວ່າງການອະນຸລັກຮັກສາມໍລະດົກ, ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາເສດຖະກິດ ສັງຄົມແບບຍືນຍົງ…


top