ຂ່າວສານ

ອ່າວຮະລອງ ແລະ ອຸໂມງ ກຸຈີ ຖືກຈັດເຂົ້າ top ສະຖານທີ່ທ່ອງທ່ຽວດູດດື່ມທີ່ສຸດໃນໂລກ

ອ່າວ ຮະລອງ ແມ່ນໜຶ່ງໃນບັນດາທັດສະນີຍະພາບດ້ານພູມສາດຂອງໂລກ. ທິວທັດທຳມະຊາດຢູ່ອ່າວ ຮະລອງ ແມ່ນງາມທີ່ສຸດ ດ້ວຍໜ້ານ້ຳທະເລຂຽວ ໃສ່ຢາວຢຽດໄປດ້ວຍພູຫີນປູນຕັ້ງຢູ່ກະແຈກກະຈາຍ.

ອ່າວ ຮະລອງ ແມ່ນໜຶ່ງໃນບັນດາທັດສະນີຍະພາບດ້ານພູມສາດຂອງໂລກ. ທິວທັດທຳມະຊາດຢູ່ອ່າວ ຮະລອງ ແມ່ນງາມທີ່ສຸດ ດ້ວຍໜ້ານ້ຳທະເລຂຽວ ໃສ່ຢາວຢຽດໄປດ້ວຍພູຫີນປູນຕັ້ງຢູ່ກະແຈກກະຈາຍ.

    

ອ່າວ ຮະລອງ ແມ່ນໜຶ່ງໃນບັນດາທັດສະນີຍະພາບດ້ານພູມສາດຂອງໂລກ. (ພາບ: baoquangninh.com.vn)

ເວັບໄຊທ່ອງທ່ຽວທີ່ມີຊື່ສຽງ Thetravel.com ຫາກໍ່ຄັດເລືອກອ່າວ ຮະລອງ (ແຂວງ ກວາງນິງ) ແລະ ອຸໂມງ ກຸຈີ (ນະຄອນ ໂຮ່ຈີມິນ) ຂອງ ຫວຽດນາມ ເຂົ້າໃນບັນຊີສະຖານທີ່ທ່ອງທ່ຽວດູດດື່ມໃນໂລກ.

ຕາມເວັບໄຊ Thetravel ແລ້ວ, ອ່າວ ຮະລອງ ແມ່ນໜຶ່ງໃນບັນດາທັດສະນີຍະພາບດ້ານພູມສາດຂອງໂລກ. ທິວທັດທຳມະຊາດຢູ່ອ່າວ ຮະລອງ ແມ່ນງາມທີ່ສຸດ ດ້ວຍໜ້ານ້ຳທະເລຂຽວໃສຢາວຢຽດໄປດ້ວຍພູຫີນປູນຕັ້ງຢູ່ກະແຈກກະຈາຍ. UNESCO ໄດ້ຮັບຮອງອ່າວ ຮະລອງ ເປັນມໍລະດົກໂລກຫຼາຍຄັ້ງແລ້ວ.

ໃນຂະນະນັ້ນ, Thetravel ຍັງໄດ້ຍ້ອງຍໍອຸໂມງໃຕ້ດິນ ກຸຈີ ແມ່ນສະຖານທີ່ທ່ອງທ່ຽວຄົ້ນຫາທີ່ດູດດື່ມທີ່ສຸດ ດ້ວຍລະບົບທາງໃຕ້ດິນມີລວງຍາວກວ່າ 200 ກມ, ມີຫຼາຍຊັ້ນ.

(ແຫຼ່ງຄັດຈາກ VOV)


top