ຂ່າວສານ

ອ່າວ ຮະລອງ, ໝູ່ກາງຈາຍ ລອດເຂົ້າ top ສະຖານທີ່ມີສີສັນຫຼາກຫຼາຍທີ່ສຸດໃນໂລກ

ບົດຂຽນໄດ້ຍ້ອງຍໍ ໝູ່ກາງຈາຍ, ແຫ່ງມີເຂດນາຫັນຈາກສີຂຽວໃນລະດູບານໃໝ່ ໄປສູ່ສີເຫຼືອງໃນທ້າຍລະດູໃບໃມ້ຫຼົ່ນ ເມື່ອເຂົ້າສຸກເຫຼືອງ.
ໝູ່ກາງຈາຍ (ແຂວງ ອຽນບາຍ)

ໝູ່ກາງຈາຍ (ແຂວງ ອຽນບາຍ) ລະດູເຂົ້າສຸກເຫຼືອງ ແລະ ອ່າວ ຮະລອງ (ກວາງນິງ) ຂອງ ຫວຽດນາມ ໄດ້ຄັດເລືອກແມ່ນສະຖານທີ່ມີສີສັນຫຼາກຫຼາຍທີ່ສຸດໃນໂລກປີ 2023, ໂດຍວາລະສານທ່ອງທ່ຽວ Conde Nast Traveler ຫາກໍ່ປະກາດ. ດ້ວຍຫົວຂໍ້ “ບັນດາສະຖານທີ່ມີສິສັນຫຼາກຫຼາຍທີ່ສຸດໃນໂລກຈາກ ໂມຣົກໂກ ຮອດ ຫວຽດນາມ”, ບົດຂຽນໄດ້ຍ້ອງຍໍ ໝູ່ກາງຈາຍ, ແຫ່ງມີເຂດນາຫັນຈາກສີຂຽວໃນລະດູບານໃໝ່ ໄປສູ່ສີເຫຼືອງໃນທ້າຍລະດູໃບໃມ້ຫຼົ່ນ ເມື່ອເຂົ້າສຸກເຫຼືອງ. ນັກທ່ອງທ່ຽວຄວນແວ່ຍາມແຫ່ງນີ້ໃນຕົ້ນເດືອນ ຕຸລາ ເມື່ອເຂົ້າກະກຽມຈະເກັບກຽວ ເພື່ອສາມາດຮັບຊົມທິວທັດທຳມະຊາດສວຍງາມທີ່ສຸດ.

ສ່ວນອ່າວ ຮະລອງ ກໍ່ໄດ້ຮັບການແນະນຳດ້ວຍເກາະໃຫຍ່, ນ້ອຍກວ່າ 1.900 ແຫ່ງ ສ້າງເປັນທິດທັດທຳມະຊາດໃຫຍ່ໂຕມະໂຫຖານ ແລະ ມີນ້ຳຂຽວໃສແຈ້ງ. ນີ້ແມ່ນສະຖານທີ່ໜ້າປະທັບໃຈ ແລະ ບໍ່ຄວນປະລະສຳລັບຜູ້ນັກຮັກການຄົ້ນຫາທຳມະຊາດ.

 


top