ຂ່າວສານ

ອ່າວ ຮະລອງ ລອດເຂົ້າ top 25 ສະຖານທີ່ສວຍງາມທີ່ສຸດໃນໂລກ

ເວັບໄຊທ່ອງທ່ຽວຂອງສຳນັກຂ່າວສານ CNN (ອາເມລິກາ) ຫາກໍ່ປະກາດສະຖານທີ່ສວຍງາມທີ່ສຸດໃນໂລກ 25 ແຫ່ງ, ໃນນັ້ນ ມີອ່າວ ຮະລອງ - ມໍລະດົກທຳມະຊາດໂລກຂອງ ຫວຽດນາມ. ຕາມ CNN ແລ້ວ “ບໍ່ມີຄວາມເຫັນດີເຫັນພ້ອມ 100% ກ່ຽວກັບບັນດາສະຖານທີ່ສວຍງາມທີ່ສຸດໃນໂລກ ແຕ່ບັນຊີລາຍຊື່ສະຖານທີ່ 25 ແຫ່ງນີ້ ແມ່ນການເລີ່ມຕົ້ນທີ່ດີ ເພື່ອສ້າງແຜນການໄປທ່ອງທ່ຽວໃໝ່”.
ບ້ານປະມົງຢູ່ເຂດອ່າວ ຮະລອງ (ພາບ: CTV/Vietnam+)

ເວັບໄຊທ່ອງທ່ຽວຂອງສຳນັກຂ່າວສານ CNN ໄດ້ພັນລະນາອ່າວ ຮະລອງ ແມ່ນໜຶ່ງໃນບັນດາທິວທັດທຳມະຊາດທີ່ມີຊື່ສຽງທີ່ສຸດຢູ່ ອາຊີຕາເວັນອອກສ່ຽງໃຕ້ ແລະ ແມ່ນໜຶ່ງໃນບັນດາສະຖານທີ່ສວຍງາມທີ່ສຸດຢູ່ ຫວຽດນາມ.

ບົດຂຽນໄດ້ພັນລະນາວ່າ ອ່າວ ຮະລອງ ມີເກາະໃຫຍ່, ນ້ອຍນັບພັນແຫ່ງ, ພ້ອມກັບນ້ຳສີຂຽວເໝືອນດັ່ງແກ້ວມໍລະກົດ.

 


top