ຂ່າວສານ

ອົດສະຕາລີ, ເຢຍລະມັນ ແລະ ສະວິດ ອຸປະຖຳຈຳນວນເງິນເກືອບ 13 ລ້ານ USD ເພື່ອແກ້ໄຂບັນດາບັນຫາຮີບເຮັ່ງຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ

      ຕາມແຜນການແລ້ວ, ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳຈຳນວນເງິນປະມານ 3,8 ລ້ານ USD, ໃນຂະນະນັ້ນ ສະວິດໄດ້ໃຫ້ຄຳໝັ້ນສັນຍາ ອຸປະຖຳຈຳນວນເງິນ 5,3 ລ້ານ USD ແລະ ເຢຍລະມັນໃຫ້ຄຳໝັ້ນສັນຍາ 3,55 ລ້ານ USD.
ອົດສະຕາລີ, ເຢຍລະມັນ ແລະ ສະວິດ ອຸປະຖຳຈຳນວນເງິນເກືອບ 13 ລ້ານ USD ເພື່ອແກ້ໄຂບັນດາບັນຫາຮີບເຮັ່ງຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ
      ຄຳໝັ້ນສັນຍາດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມລະຫວ່າງ MRC ແລະ ບັນດາຄູ່ຮ່ວມມືພັດທະນາຢູ່ນະຄອນຫຼວງວຽງຈັນ, ລາວ ທີ່ໄດ້ດຳເນີນໃນວັນທີ 24 ມິຖຸນາ. ຕາມຄະນະກຳມາທິການ ແມ່ນ້ຳຂອງສາກົນ ແລ້ວ, ບ້ວງເງິນໜູນຊ່ວຍນີ້ ໄດ້ຮັບການປະຕິບັດພາຍຫຼັງກະແສອຸປະຖຳຫວ່າງມໍ່ໆມານີ້ ຂອງບັນດາຄູ່ຮ່ວມມືພັດທະນາ, ເມື່ອຄະນະກຳມາທິການ ເລີ່ມຕົ້ນປະຕິບັດແຜນການຍຸດທະສາດ ໄລຍະ 5 ປີ (2021 - 2025) ຕາມການກຳນົດທິດໃໝ່ ເພື່ອແນໃສ່ຜ່ານຜ່າບັນດາໄພນາບຂູ່ ເຊິ່ງເຂດອະນຸພາກພື້ນຕ້ອງປະເຊີນໜ້າ. ຕາມແຜນການແລ້ວ, ອົດສະຕາລີ ໄດ້ໃຫ້ຄຳໝັ້ນສັນຍາຈະອຸປະຖຳຈຳນວນເງິນປະມານ 3,8 ລ້ານ USD, ໃນຂະນະນັ້ນ ສະວິດໄດ້ໃຫ້ຄຳໝັ້ນສັນຍາ ອຸປະຖຳຈຳນວນເງິນ 5,3 ລ້ານ USD ແລະ ເຢຍລະມັນໃຫ້ຄຳໝັ້ນສັນຍາ 3,55 ລ້ານ USD. ພ້ອມກັນນັ້ນ, MRC ກໍ່ຈະຊຸກຍູ້ວິວັດການໂອ້ລົມເຈລະຈາລະຫວ່າງ ປະເທດຕ່າງໆໃນອາຊຽນ, ຮ່ວມມືລ້ານຊ້າງ - ແມ່ນ້ຳຂອງ ເພື່ອຜົນປະໂຫຍດລວມຂອງບັນດາສະມາຊິກ.
(ແຫຼ່ງຄັດຈາກ VOV)


top