ຂ່າວສານ

ອົດສະຕາລີ ສຳເລັດຄຳໝັ້ນສັນຍາແບ່ງປັນວັກຊິນກັນໂຄວິດ 7,8 ລ້ານໂດສ ໃຫ້ ຫວຽດນາມ

ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ Robyn Mudie ໄດ້ຊົມເຊີຍການມອບສົ່ງວັກຊິນຄັ້ງນີ້ ແລະ ຢືນຢັນ: ອົດສະຕາລີ ແມ່ນເພື່ອນມິດ ແລະ ແມ່ນຄູ່ຮ່ວມມືທີ່ສະຫນິດສະຫນົມຂອງຫວຽດນາມ ແລະ ສອງຝ່າຍສືບຕໍ່ສາມັກຄີໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ 19.
ວັກຊິນກັນໂຄວິດ Pfize. ພາບ: AFP/TTXVN

ວັກຊິນກັນໂຄວິດ 2,2 ລ້ານໂດສ ຈາກອົດສະຕາລີ ໄດ້ມາເຖິງສະຫນາມບິນ ເຕີນເຊີນເຍີດ ນະຄອນ ໂຮ່ຈີມິນ ໃນວັນທີ 19 ກຸມພາ. ຜ່ານການມອບສົ່ງວັກຊິນຄັ້ງນີ້, ອົດສະຕາລີ ໄດ້ສຳເລັດຄຳໝັ້ນສັນຍາແບ່ງປັນວັກຊິນກັນໂຄວິດ 19 ຈຳນວນ 7,8 ລ້ານໂດສ ໃຫ້ ຫວຽດນາມ. ນອກຈາກວັກຊິນ Pfizer ທີ່ໄດ້ຊື້ຜ່ານ UNICEF ແລ້ວ, ອົດສະຕາລີ ໄດ້ແບ່ງປັນວັກຊິນ AstraZeneca ຈຳນວນ 4,2 ລ້ານໂດສ ຈາກແຫລ່ງສະຫນອງສະເພາະຂອງອົດສະຕາລີ ນັບແຕ່ເດືອນສິງຫາປີກາຍນີ້. ທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳຫວຽດນາມ Robyn Mudie ໄດ້ຊົມເຊີຍການມອບສົ່ງວັກຊິນຄັ້ງນີ້ ແລະ ຢືນຢັນ: ອົດສະຕາລີ ແມ່ນເພື່ອນມິດ ແລະ ແມ່ນຄູ່ຮ່ວມມືທີ່ສະຫນິດສະຫນົມຂອງຫວຽດນາມ ແລະ ສອງຝ່າຍສືບຕໍ່ສາມັກຄີໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ 19. ໃນຂະນະນັ້ນ ຫົວຫນ້າ UNICEF ປະຈຳຫວຽດນາມ ທ່ານນາງ Nam Rana Flowers ໄດ້ສະແດງຄວາມຂອບອົກຂອບໃຈ ລັດຖະບານ ແລະ ປະຊາຊົນ ອົດສະຕາລີ ທີ່ໄດ້ແບ່ງປັນຈຳນວນວັກຊິນອັນລ້ຳຄ່າດັ່ງກ່າວໃຫ້ປະຊາຊົນ ຫວຽດນາມ ພ້ອມທັງຕີລາຄາສູງ ເລື່ອງຫວຽດນາມ ສະແດງໃຫ້ເຫັນກຳລັງຄວາມສາມາດໃນການສັກວັກຊິນກັນໂຄວິດຢ່າງປອດໄພ ແລະ ຮັບປະກັນການນຳໃຊ້ວັກຊິນຢ່າງມີປະສິດທິຜົນ.



top