ຂ່າວສານ ອົງການອະນາໄມໂລກ ກ່າວເຕືອນ ຄວາມສ່ຽງພະຍາດ Ebola ລະບາດຢູ່ລະດັບສູງໃນພາກພື້ນ 22/05/2026 ວັນທີ 20 ພຶດສະພາ, ອົງການອະນາໄມໂລກ ກ່າວເຕືອນວ່າ, ຄວາມສ່ຽງພະຍາດ Ebola ລະບາດຢູ່ ສ.ກົງໂກ ແລະ ອູກັນດາ ແມ່ນຢູ່ລະດັບຊາດ ແລະ ພາກພື້ນ, ແຕ່ຍັງຢູ່ລະດັບຕ່ຳໃນທົ່ວໂລກ. ພາບປະກອບ: AP/Moses Sawasawa ຕາມຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus ແລ້ວ, ມາຮອດປັດຈຸບັນ ມີ 51 ກໍລະນີໄດ້ຮັບການຢັ້ງຢືນຕິດພະຍາດຢູ່ບັນດາແຂວງ Ituri ແລະ Kivu ເໜືອຢູ່ທາງທິດຕາເວັນອອກ ສ.ກົງໂກ. ໃນຂະນະນັ້ນອູກັນດາ ກໍ່ໄດ້ແຈ້ງການຢັ້ງຢືນກ່ຽວກັບ 2 ກໍລະນີຕິດພະຍາດ ຢູ່ນະຄອນຫຼວງ Kampala. ຜູ້ອຳນວຍການໃຫຍ່ WHO ກໍ່ໃຫ້ຮູ້ວ່າ, ນອກຈາກບັນດາກໍລະນີທີ່ໄດ້ຮັບການຢັ້ງຢືນແລ້ວ ກໍ່ຍັງມີເກືອບ 600 ກໍລະນີສົງໄສຕິດເຊື້ອ ແລະ 139 ກໍລະນີເສຍຊີວິດ, ພ້ອມທັງຄາດຄະເນວ່າບັນດາຕົວເລກນີ້ອາດຈະເພີ່ມຂຶ້ນອີກ.

ວັນທີ 20 ພຶດສະພາ, ອົງການອະນາໄມໂລກ ກ່າວເຕືອນວ່າ, ຄວາມສ່ຽງພະຍາດ Ebola ລະບາດຢູ່ ສ.ກົງໂກ ແລະ ອູກັນດາ ແມ່ນຢູ່ລະດັບຊາດ ແລະ ພາກພື້ນ, ແຕ່ຍັງຢູ່ລະດັບຕ່ຳໃນທົ່ວໂລກ. ພາບປະກອບ: AP/Moses Sawasawa ຕາມຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus ແລ້ວ, ມາຮອດປັດຈຸບັນ ມີ 51 ກໍລະນີໄດ້ຮັບການຢັ້ງຢືນຕິດພະຍາດຢູ່ບັນດາແຂວງ Ituri ແລະ Kivu ເໜືອຢູ່ທາງທິດຕາເວັນອອກ ສ.ກົງໂກ. ໃນຂະນະນັ້ນອູກັນດາ ກໍ່ໄດ້ແຈ້ງການຢັ້ງຢືນກ່ຽວກັບ 2 ກໍລະນີຕິດພະຍາດ ຢູ່ນະຄອນຫຼວງ Kampala. ຜູ້ອຳນວຍການໃຫຍ່ WHO ກໍ່ໃຫ້ຮູ້ວ່າ, ນອກຈາກບັນດາກໍລະນີທີ່ໄດ້ຮັບການຢັ້ງຢືນແລ້ວ ກໍ່ຍັງມີເກືອບ 600 ກໍລະນີສົງໄສຕິດເຊື້ອ ແລະ 139 ກໍລະນີເສຍຊີວິດ, ພ້ອມທັງຄາດຄະເນວ່າບັນດາຕົວເລກນີ້ອາດຈະເພີ່ມຂຶ້ນອີກ.