ຂ່າວສານ

ອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດໜູນຊ່ວຍຄວາມມານະພະຍາຍາມຂອງລັດຖະບານໃນການຕ້ານໂລກລະບາດໂຄວິດ-19

ບັນດາອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດ ໄດ້ສະແດງຄວາມເຄົາລົບ ແລະ ການສະໜັບສະໜູນ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ.

(ພາບປະກອບ: TTXVN)

ວັນທີ 24 ເມສາ, ຕາມແຫຼ່ງຂ່າວຈາກຄະນະປະສານງານການອຸປະຖຳປະຊາຊົນ (ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ) ໃຫ້ຮູ້ວ່າ, 78 ອົງການຕາງໜ້າໃຫ້ບັນດາອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດ ແລະ ບັນດາອົງການພັດທະນາພວມຜັນຂະຫຍາຍໂຄງການຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ, ໄດ້ຝາກຈົດໝາຍເຖິງຄະນະກຳມະການວຽກງານກ່ຽວກັບອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ໃນຈົດໝາຍ, ບັນດາອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດ ໄດ້ສະແດງຄວາມເຄົາລົບ ແລະ ການສະໜັບສະໜູນ ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ເຂົ້າຮ່ວມຢ່າງທັນການ, ມີປະສິດທິຜົນ ແລະ ກະຈ່າງແຈ້ງໃນການຕ້ານໂລກລະບາດໂຄວິດ-19 ແລະ ໃຫ້ຄຳໝັ້ນສັນຍາວ່າຈະສະໜັບສະໜູນລັດຖະບານຫວຽດນາມ ຢ່າງສຸດໃຈໃນການໜູນຊ່ວຍຄົນທຸກຍາກ, ຜູ້ປະສົບກັບຄວາມຫຍຸ້ງຍາກກໍຄືປະຊາຊົນທຸກຄົນທີ່ພວມຖືກຜົນສະທ້ອນຍ້ອນໂລກລະບາດ.

(ແຫຼ່ງຄັດຈາກ VOV)


top