ຂ່າວສານ

ອົງການທຸຕານຸທູດ ຫວຽດນາມ ປະຈຳ ສະວິດ ສ້າງແຜນການໜູນຊ່ວຍຊາວ ຫວຽດນາມ ຮັບມືກັບໂລກລະບາດ Covid-19

      ຄະນະປະຕິບັດງານ ຫວຽດນາມ ປະຈຳສະຫະປະຊາຊາດ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນອື່ນໆຢູ່ ເຊີແນວ ປະເທດ ສະວິດ ຫາກໍ່ສ້າງແຜນການດຳເນີນງານ ໂດຍອີງໃສ່ຫຼັກການຊາບຊຶມປະຕິບັດການປ້ອງກັນ, ສະກັດກັ້ນ Covid-19 ຕາມການຊີ້ນຳ, ແນະນຳຂອງກະຊວງການຕ່າງປະເທດ ຫວຽດນາມ, ບັນດາອົງການເຈົ້າໜ້າທີ່ ແລະ ຂໍ້ກຳນົດຂອງປະເທດປະຈຳຖິ່ນ.

ມາຮອດວັນທີ 19 ມີນາ, ຜູ້ຕິດເຊື້ອໄວຣັດ-19 ທີ່ສະວິດ ໄດ້ຂຶ້ນເຖິງເກືອບ 4000 ຄົນ. (ພາບ: Reuters)       
      ສະຖານທູດ ຫວຽດນາມ ປະຈຳ ສະວິດ ໄດ້ຕັກເຕືອນໃຫ້ພົນລະເມືອງ ຫວຽດນາມທີ່ ພວມດຳລົງຊີວິດ, ເຮັດວຽກ, ຮ່ຳຮຽນຢູ່ ສະວິດ ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງເຂັ້ມງວດ ເຊິ່ງອຳນາດການປົກຄອງ ແລະ ອົງການສາທາລະນະສຸກປະເທດປະຈຳຖິ່ນໄດ້ປະກາດໃຊ້. ໃນກໍລະນີທີ່ສົງໄສ ຕິດເຊື້ອພະຍາດ ຈົ່ງໂທຫາໂທລະດັບສາຍດ່ວນ ຂອງອຳນາດການປົກຄອງທ້ອງຖິ່ນ ກ່ຽວກັບ Covid-19 ໃນທັນທີເພື່ອໄດ້ຮັບການແນະນຳ.
        ສະຖານທູດ ຫວຽດນາມ ປະຈຳ ສະວິດ ກໍ່ສະໜອງຂໍ້ມູນທີ່ເປັນ ປະໂຫຍດ ເມື່ອກັບຄືນມາ ຫວຽດນາມ ໃນໄລຍະເກີດໂລກລະບາດຄືໃນປະຈຸບັນ. ບັນດາກໍລະນີເຂົ້າເມືອງ ຫວຽດນາມ ຕ້ອງຜ່ານການກວດສຸຂະພາບ ແລະ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ແຍກຕົວໃຫ້ເໝາະສົມກັບຂໍ້ກຳນົດທີ່ພວມປະກາດໃຊ້ຂອງ ຫວຽດນາມ.
 (ແຫຼ່ງຄັດຈາກ VOV)

top