ຂ່າວສານ

ອົງການຈັດອັດດັບຄວາມໄວ້ວາງໃຈ Fitch Ratings ຄາດຄະເນວ່າ ການເຕີບໂຕຂອງຫວຽດນາມ ຈະບັນລຸ 6,1% ໃນປີ 2022

ຕາມການຄາດຄະເນຂອງ Fitch, ການເຕີບໂຕຂອງ ຫວຽດນາມ ຈະຟື້ນຕົວຂຶ້ນສູ່ລະດັບ 6,1% ໃນປີ 2022 ແລະ 6,3% ໃນປີ 2023, ທັງນີ້ກໍ່ຍ້ອນການຟື້ນຟູຂອງຄວາມຕ້ອງການຢູ່ພາຍໃນປະເທດ, ການສົ່ງອອກ ແລະ ກະແສທຶນ FDI.
  ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings (ອາເມລິກາ) ຢືນຢັນການຈັດອັນດັບເພດານເງິນຝາກສະກຸນເງິນຕ່າງປະເທດໄລຍະຍາວຂອງຫວຽດນາມ ຢູ່ທີ່ BB, ແງ່ຫວັງ “ຕັ້ງໜ້າ” (ພາບ: laodong.vn)  

 ໃນວັນທີ 28 ມີນາ, ອົງການຈັດອັນດັບຄວາມໄວ້ວາງໃຈ Fitch Ratings (ອາເມລິກາ) ໄດ້ຢືນຢັນການຈັດອັນດັບເພດານເງິນຝາກສະກຸນເງິນຕ່າງປະເທດໄລຍະຍາວຂອງຫວຽດນາມ ຢູ່ທີ່ BB, ແງ່ຫວັງ “ຕັ້ງໜ້າ”. ບັນດາດັດຊະນີການພົວພັນດ້ານການເງິນກັບຕ່າງປະເທດຢ່າງໜັກແໜ້ນເມື່ອທຽບໃສ່ກັບບັນດາປະເທດພ້ອມນອນໃນຕາຕະລາງອັນດັບ: ແງ່ຫວັງຟື້ນຟູເພີ່ມທະວີຢ່າງເຂັ້ມແຂງໃນໄລຍະກາງຂອງ ຫວຽດນາມ ໃນສະພາບໂລກລະບາດຍັງສັບສົນ... ແມ່ນບັນດາພື້ນຖານເພື່ອໃຫ້ Fitch Ratings ຮັກສາລະດັບຄວາມໄວ້ວາງໃຈຂອງ ຫວຽດນາມ.

Fitch ຕີລາຄາວ່າ ຫວຽດນາມ ສືບຕໍ່ໄດ້ຮັບຜົນປະໂຫຍດຈາກຂະແໜງການສົ່ງອອກຍ້ອນການປະຕິບັດບັນດາສັນຍາການຄ້າທີ່ສຳຄັນ, ກະແສເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ຍັງຄົງຮັກສາການເຕີບໂຕສູງ ແລະ ຂະບວນການທ່ອງທ່ຽວພວມຄ່ອຍໆຟື້ນຕົວນັບແຕ່ຕົ້ນ ປີ 2022. ຕາມການຄາດຄະເນຂອງ Fitch, ການເຕີບໂຕຂອງ ຫວຽດນາມ ຈະຟື້ນຕົວຂຶ້ນສູ່ລະດັບ 6,1% ໃນປີ 2022 ແລະ 6,3% ໃນປີ 2023, ທັງນີ້ກໍ່ຍ້ອນການຟື້ນຟູຂອງຄວາມຕ້ອງການຢູ່ພາຍໃນປະເທດ, ການສົ່ງອອກ ແລະ ກະແສທຶນ FDI.



top