ເສດຖະກິດ

ອຸດສາຫະກໍານ້ຳມັນ ແລະ ອາຍແກັສ ຕໍ່ໜ້າອຸປະສັກ ຂອງ “ວິກິດການຄູ່”

10 ເດືອນ ຂອງ ປີ 2020 ໄດ້ຜ່ານໄປ, ກຸ່ມບໍລິສັດ ນ້ຳມັນອາຍ ແກັສ ຫວຽດນາມ (Petrovietnam) ຍັງຄົງຮັກສາໄວ້ໄດ້ ລະດັບ ຄືບໜ້າ ຂອງ ການຜະລິດ, ດຳເນີນທຸລະກິດ ໃນສະພາບການ ໂລກພວມ ຖືກແປປ່ວນ ຕໍ່ໜ້າ “ວິກິດການຄູ່” ຍ້ອນ ຜົນກະທົບ ຂອງ ການລະບາດ ໂຄວິດ-19 ແລະ ລາຄາ ນຳ້ມັນຕຳ່ແກ່ຍາວ. 
ຮູບພາບອຸດສາຫະກຳ ນຳ້ມັນອາຍແກັສ ໂລກ ກາຍເປັນໝົ່ນໝອງ ຍິ່ງກວ່າຍາມໃດໝົດ ນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນ. ວິກິດ ການ ໂຄວິດ-19 ເຮັດໃຫ້ລາຄາ ນຳ້ມັນ ຫຼຸດລົງຢ່າງໄວ, ກຸຸ່ມບໍລິສັດ ນຳ້ມັນເຊື້ອເພີງ BP ຂອງ ອັງກິດ ຄາດຄະເນວ່າ ຕະຫຼາດນຳ້ມັນ ເຊື້ອເພີງ ຈະຖືກຖົດຖອຍໃນຊ່ວງໄລຍະຍາວ ແລະ ບໍ່ມີຄວາມຕ້ອງ ການເປັນ “ກຸ່ມບໍລິສັດ ນຳ້ມັນເຊື້ອເພີງ” ອີກແລ້ວ, ໄດ້ເລືອກວິທີ ຂາຍ ຊັບສົມບັດ ລວມມູນຄ່າ 20 ຕື້ໂດ ລາສະຫະລັດ, ພິເສດ ແມ່ນ ໃນຂົງເຂດສຳຫຼວດ. Saudi Aramco (ກຸ່ມບໍລິສັດນຳ້ມັນເຊື້ອເພີງ ອາຣັບບີ ຊາອູດີ) ຊຶ່ງໄດ້ ຮັບຖືເປັນ “ຜູ້ໃຫຍ່” ກ່ຽວກັບ ນຳ້ມັນເຊື້ອເພີງ ຂອງ ອາຣັບບີ ຊາອູດີ ໄດ້ຖືກເສຍ ກຳໄລ 50% ໃນເຄິ່ງຕົ້ນປີ 2020. ສ່ວນ ExxonMobil, ບໍລິສັດ ນຳ້ມັນອາຍແກັສ ຢືນຢູ່ອັນດັບແຖວໜ້າ ໂລກ ຂອງ ສ ອາເມລິກາ ຫາກໍຖືກ ໃຫ້ອອກຈາກ ຕົວເລກອຸດ ສາ ຫະກຳ  Dow Jones ແລະ ກໍາລັງປະເຊີນໜ້າ ກັບ ການ ຂາດ ດຸນງົບປະມານ 48 ຕື້ ໂດລາສະຫະລັດ ໃນປີ 2021...

ຕາມຕົວເລກ ຂອງ ອົງການພະລັງງານສາກົນ (IEA), ລົງທຶນ ເຂົ້າ ໃນ ການເຄື່ອນໄຫວ ນຳ້ມັນອາຍແກັສ ທົ່ວໂລກ ປີ 2020 ຖືກຫຼຸດ ລົງ 30%, ຍັງ 328,4 ຕື້ ໂດລາສະຫະລັດ. IEA ໃຫ້ຮູ້ ວ່າ, ບັນດາ ບໍລິສັດນຳ້ມັນອາຍແກັສ ຈຳຕ້ອງໄດ້ຫຼຸດຜ່ອນ ການ ລົງທຶນຂອງຕົນ ໃນສະພາບ ລາຍຮັບຫຼຸດລົງ ຄືປັດຈຸບັນ.

ສາມາດເຫັນໄດ້ວ່າ, ແຕ່ຕົ້ນປີມາຮອດປັດຈຸບັນ, ເກືອບວ່າ ບໍ່ມີ ການ ຕີລາຄາດີໃດໆ ໃຫ້ພື້ນຖານ ອຸດສາຫະກຳ ນຳ້ມັນອາຍ ແກັສ ໂລກ, ນັບລວມທັງ ແຕ່ບັນດາອົງການຈັດຕັ້ງທີ່ຊົງອິດທິພົນ ເຖິງ ບັນດາຜູ້ຊ່ຽວຊານ ດ້ານເສດຖະກິດ ທີ່ມີຄວາມຫວັງດີທີສຸດ. ໄລ ຍະ ສິບວັນກາງເດືອນ ກັນຍາ 2020, ການລະບາດ ໂຄວິດ-19 ຍັງບໍ່ທັນມີ ສັນຍານຫຼຸດລົງ, ເສດຖະກິດທົ່ວໂລກ ຖືກຖົດຖອຍ, ຢຸດສະງັກ; ບັນດາວິສາຫະກິດ, ໂດຍສະເພາະ ຢ່າງຍິ່ງແມ່ນ ບັນ ດາບໍລິສັດ ໃນລະບົບຕ່ອງໂສ້ ການສະໜອງ ທົ່ວໂລກ ຖືກຮັບ ຜົນ ກະທົບຢ່າງໜັກໜ່ວງ.  ໃນນັ້ນ Petrovietnam ເປັນວິສາຫະກິດ ມີການເຊື່ອມໂຍງຢ່າງກ້ວາງຂວາງ ເລິກເຊິ່ງ ກັບສາກົນ ກໍບໍ່ແມ່ນ ກໍລະນີພິເສດ, ຖືກຮັບຜົນ ກະທົບສັງລວມເຖິງລະບົບທັງໝົດ.

10 ເດືອນຕົ້ນປີ 2020 ໄດ້ຜ່ານໄປ ໃນການຜັນແປຢ່າງສັບສົນ ຂອງໂລກລະບາດ, ສົ່ງຜົນສະທ້ອນຢ່າງຫຼວງຫຼາຍ ເຖິງ ການ ເຄື່ອນໄຫວຜະລິດ ດຳເນີນທຸລະກິດ ຢູ່ເກືອບໝົດທຸກຂົງເຂດ ຂອງ Petrovietnam, ແຕ່ກຸ່ມບໍລິສັດ ຍັງຄົງ ຮັກສາໄວ້ ລະດັບ ຄືບໜ້າ ການຜະລິດ ດຳເນີນທຸລະກິດຕົ້ນຕໍ, ລື່ນກາຍ 8,2% ແຜນການ ຂຸດຄົ້ນນຳ້ມັນອາຍແກັສ, ບັນລຸກຳໄລດີພໍສົມຄວນ, ປະກອບສ່ວນ ເຂົ້າງົບປະມານແຫ່ງລັດ ເກືອບ 45.000 ຕື້ດົ່ງ, ຮັບປະກັນ ສະໜອງ ບັນດາປະເພດສິນຄ້າຍຸດທະສາດໃຫ້ ພື້ນຖານເສດຖະ ກິດ.

ບັນດາຕົວເລກດັ່ງກ່າວ ຈະກາຍເປັນຄວາມປະທັບໃຈພິເສດ ເມື່ອ ນຳເຂົ້າສູ່ ແຜ່ນພາບ ນຳ້ມັນອາຍແກັສທົ່ວໂລກ, ຕະຫຼາດ ກຳລັງຖືກ ກົດດັນ ກ່ຽວກັບ ຄວາມຕ້ອງການຫຼຸດ ແລະ ແຫຼ່ງສະ ໜອງເພີ່ມຂຶ້ນ. 


ຕອນບ່າຍວັນທີ 21 ພຶດສະພາ 2020, ທີ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ລັດຖະບານ ໄດ້ປຶກ ສາຫາລື ກ່ຽວກັບ ບັນດາມາດຕະການ ແກ້ໄຂຄວາມຫຍຸ້ງຍາກ ໃຫ້ ກຸ່ມບໍລິສັດນຳ້ມັນອາຍແກັສ ແຫ່ງຊາດ ຫວຽດນາມ (PVN) ແລະ ບໍລິສັດໃຫຍ່ການບິນ ຫວຽດນາມ (VNA) ຍ້ອນຖືກຮັບ ຜົນສະ ທ້ອນ ຈາກການລະບາດ ໂຄວິດ-19. ພາບ: ຖົ໋ງເຍິດ/VNA


ຮ້ານເຈາະນຳ້ມັນ ບໍ່ ແບກໂຫ ເປັນສັນຍາລັກ ໃຫ້ແກ່ ການສ້າງ ປະເທດຊາດ ເປັນປະເທດອຸດສາຫະກຳ ແລະ ທັນສະໄໝໃນ ຕະຫຼອດ ເກືອບ 35 ປີ ແຫ່ງການປ່ຽນແປງໃໝ່,
ໃນນັ້ນ ນຳ້ມັນ ອາຍ ແກັສ ເປັນຂະແໜງເສດຖະກິດປາຍແຫຼມ.ພາບ: ຮຸຍຮຸ່ງ/VNA



ບໍລິສັດຮ່ວມທຸລະກິດ ນ້ຳມັນອາຍແກັສ ຫວຽດນາມ ສ ລັດເຊຍ- Vietsovpetro (ກຸ່ມບໍລິສັດ ນຳ້ມັນອາຍແກັສ ຫວຽດນາມ) ຫາ ກໍ ປ່ອຍ ຕີນພື້ນຮ້ານເຈາະນຳ້ມັນ  BK-21 ບໍ່ ແບກໂຫ ລົງນຳ້ ປະສົບ ຜົນສຳເລັດ. ຮ້ານເຈາະນຳ້ມັນ BK-21 ເປັນຮ້ານເຈາະນຳ້ ມັນຢູ່ຕົ້ນບໍ່, ບໍ່ມີຄົນຢູ່, ກໍ່ສ້າງທີ່ບໍ່ ແບກໂຫ, ຕັ້ງຢູ່ມໍ່ໆ ກັບ ຮ້ານ ເຈາະນຳ້ມັນຄົງທີ່ MSP6, MSP7. ຜະລິດຕະພັນຂຸດຄົ້ນໄດ້ຈາກ ຮ້ານເຈາະນຳ້ມັນ BK21 ຈະໄດ້ຂົນສົ່ງຜ່ານຮ້ານເຈາະນຳ້ມັນ MSP6 ດ້ວຍທໍ່ໃຕ້ດິນ. ຮ້ານ BK-21 ຮັບທາດອາຍດັນ (Gaslift)  ແລະ ນຳ້ຈາກຮ້ານເຈາະນຳ້ມັນ MSP7
ແລະ ໄດ້ສະໜອງໄຟຟ້າ ຈາກຮ້ານເຈາະນຳ້ມັນ MSP6. ພາບ: ຮຸຍຮຸ່ງ/VNA



ບໍລິສັດຫຸ້ນສ່ວນ ເຄມີ ແລະ ກັ່ນຕອງນ້ຳມັນ ບິ່ງເຊີນ(BSR) ສັງ ກັດ ກຸ່ມບໍລິສັດນຳ້ມັນອາຍແກັສ ຫວຽດນາມ ກັບໜ້າທີ່ຈຸດສຸມ ໃນ ປີ 2020 ບັນລຸຂີດໝາຍ
28 ລ້ານຊົ່ວໂມງ ປອດໄພໃນການ ອອກ ແຮງງານ. ພາບ: ຮຸຍຮຸ່ງ/VNA



ບໍລິສັດໃຫຍ່ໄຟຟ້າ ນຳ້ມັນອາຍແກັສ ຫວຽດນາມ (PV Power) ສັງກັດກຸ່ມບໍລິສັດ ນຳ້ມັນອາຍແກັສ ຫວຽດນາມ ໄດ້ຜະລິດ ແລະ ປະກອບສ່ວນ ໃຫ້ລະບົບໄຟຟ້າແຫ່ງຊາດ
200 ຕື້ ກິໂລວັດໂມງ ໄຟຟ້າ ໃນວັນທີ 6 ເມສາ 2020. ໃນພາບ: ໂຮງງານໄຟຟ້າ ກ່າ ເມົາ ທີ່ເມືອງ ອູມິງ (ແຂວງ ກ່າເມົາ). ພາບ: VNA



ພະນັກງານ, ນັກຊ່ຽວຊານ ສ ລັດເຊຍ ແລະ ຫວຽດນາມ ເທິງ ຮ້ານເຈາະນຳ້ມັນ ອາຍແກັສ ຢູ່ນອກຝັ່ງທະເລ ຫວູງເຕົາ. ພາບ: VNA


ຮ້ານເຈາະນ້ຳມັນ ເຕັກໂນໂລຊີ ສູນເລກ 2 ຂອງບໍ່ແບກໂຫສັງກັດ ຮ່ວມທຸລະກິດ ຫວຽດນາມ-ສ ລັດເຊຍ (Vietsovpetro). ພາບ: VNA


ຜ່ານການເວລາກວ່າ 8 ປີແຫ່ງການເຄື່ອນໄຫວ (ເດືອນຕຸລາ 2011), ໂຮງງານໄຟຟ້າ ເຍິນແຈກ 2, ສັງກັດ ບໍລິສັດຫຸ້ນສ່ວນ ໄຟຟ້າ ນ້ຳມັນອາຍແກັສ ເຍິນແຈກ 2 (ແຂວງ ດົ່ງນາຍ) ໄດ້ບັນລຸ ປະລິມານການຜະລິດ ກວ່າ 40 ຕື້ ກິໂລວັດໂມງ ໄຟຟ້າ. ໃນພາບ: ໂຮງງານໄຟຟ້າ ເຍິນແຈກ 1 ແລະ 2 ທີ່ເມືອງ ເຍິນ ແຈກ (ແຂວງ ດົ່ງນາຍ). ພາບ: VNA

ບໍລິສັດໃຫຍ່ ນຳ້ມັນອາຍແກັສ ຫວຽດນາມ (PVOIL) ສັງກັດກຸ່ມ ບໍລິສັດ ນຳ້ມັນອາຍແກັສ ຫວຽດນາມ ກໍ່ສ້າງແຜນການຜະລິດ ດຳ ເນີນທຸລະກິດ ດ້ວຍລາຍຮັບເທົ່າກັບ 65% ເມື່ອທຽບກັບປີ 2019; ກຳໄລຫຼັງພາສີເທົ່າກັບ 108% ເມື່ອທຽບກັບປີ 2019. ແຜນການປີ 2020 ໄດ້ກໍ່ສ້າງ ບົນພື້ນຖານລາຄານຳ້ມັນດິບ ໄລ່ສະເລັ່ຍ ຢູ່ລະ ດັບ 60 ໂດລາສະຫະລັດ/ຖັງ ແລະ ຍັງບໍ່ທັນໄລ່ ເຖິງ ປັດໄຈຖືກຮັບ
ຜົນສະທ້ອນຂອງການລະບາດ ໂຄວິດ-19 ແລະ ການຫຼຸດລົງລາ ຄານຳ້ມັນ. ພາບ: ຮຸຍຮຸ່ງ/VNA

Petrovietnam ໃນຂະບວນວິວັດແຫ່ງການສ້າງຕັ້ງ ແລະ ຂະ ຫຍາຍຕົວ ເຄີຍຜ່ານຫຼາຍໄລຍະ ຖືກປະສົບກັບຄວາມຫຍຸ້ງຍາກ, ຊຳ້ບໍ່ໜຳ ບາງປີກໍສາມາດ ຖືກເອີ້ນວ່າ “ມືດມົວ”, ແຕ່ ໄດ້ມີນັກ ຊ່ຽວຊານ, ຜູ້ຄຸ້ມຄອງຫຼາຍທ່ານ ໄດ້ໃຫ້ຄວາມເຫັນວ່າ ໄລຍະນີ້ ຈ່ຶ່ງແມ່ນໄລຍະຫຍຸ້ງຍາກທີສຸດ ໃນປະຫວັດສາດ ແຫ່ງການພັດທະ ນາ ຂອງຂະແໜງການນຳ້ມັນອາຍແກັສ. ແຕ່ມາຮອດປັດຈຸບັນ, Petrovietnam ຍັງຄົງຕົວ ຢ່າງກ້າແກ່ນ. ໂດຍ ແມ່ນວິສາຫະກິດ ຫຼັກແຫຼ່ງ ຂອງ ພີ້ນຖານເສດຖະກິດ, ໄດ້ພັກ, ລັດຖະບານ ແລະ ປະຊາຊົນ ຝາກຄວາມຫວັງ ແລະ ມອບໜ້າ ທີ່ສຳຄັນຫຼາຍຢ່າງ, Petrovietnam ແລະ ຊາວຜູ້ອອກແຮງງານ ຂະແໜງນໍ້າມັນ ອາຍ ແກັສ ມີມູນເຊື້ອອຸທິດສ່ວນ, ໄດ້ເຝິກຝົນຫຼໍ່ຫຼອມ ໃນຄວາມເຄັ່ງຄັດ ແລະ ຄວາມສ່ຽງ, ບໍ່ງ່າຍດາຍ, ແຕ່ຍັງ ຜ່ານຜ່າຄວາມຫຍຸ້ງຍາກ ລຳບາກ ສຳເລັດໜ້າທີ່ຂອງຕົນ ເປັນເທື່ອລະກ້າວ.

ຄົນທັງຫຼາຍ ມັກຖືພາບພົດ ກຳປັ່ນຜ່ານຄື້ນທະເລ ແລະ ລົມພັດ ເພື່ອເປັນບົດຮຽນ ໃຫ້ຄວາມມານະພະຍາຍາມບືນຕົວຜ່ານຜ່າ ຄວາມຫຍຸ້ງຍາກ. ກັບຕັນເຮືອ ແລະ ບັນດາກະລາສີ ນອກຈາກ ຕ້ອງມີຄວາມອົດທົນໜຽວແໜ້ນ, ມີປະສົບການ ຕ້ານກັບ ພາຍຸ ລົມແດງເທົ່ານັ້ນ ແຕ່ຍັງຕ້ອງມີກົນອຸບາຍ, ການຮັບມືຢ່າງຄ່ອງຕົວ ຈຶ່ງສາມາດ ຜ່ານຜ່າ ພາຍຸລົມແດງໃຫ້ໄດ້. ຮູ້ຈັກອີງໃສ່ສາຍລົມ, ຈັດສົ່ງການຍ້າຍທິດ, ປ່ຽນລະດັບຄວາມໄວ... ແມ່ນບັນດາ ການ ເຄື່ອນໄຫວ ທີ່ຕ້ອງການປະຕິບັດຢ່າງທັນການ ແລະ ຂ້ຽວຂາດ.

ຖ້າ Petrovietnam ຄືເປັນ ກຳປັ່ນລຳໜ່ຶງ ຈະບໍ່ຍາກ ເພື່ອ ເຫັນ ໄດ້ ຢູ່ເທິງກຳປັ່ນແມ່ນຖັນແຖວ ມີຄຸນນະທາດ, ໝັ້ນຄົງ ໃນສາຍ ທາງເດີນ ຢູ່ເທິງທະເລ ທີ່ເຕັມໄປດ້ວຍພາຍຸລົມແດງ ໃນຜ່ານມາ.

ມານະພະຍາຍາມສ້າງ ແລະຮັກສາ ຄວາມຜູກພັນສະໜິດແໜ້ນ ຖັນແຖວ, ພະລັງຊີວິດ ຂອງກຸ່ມບໍລິສັດ ດ້ວຍບັນດາວິທີການ ເຂົ້າ ເຖິງ ທີ່ທັນສະໄໝ, ອັບເດັດຄວາມສາມາດ, ປະສົບການກ້າວໜ້າ, ໝູ່ຄະນະ ບັນດານັກຄຸ້ມຄອງ-ຜູ້ນຳກຸ່ມບໍລິສັດ-ໄດ້ ຮັບຮູ້ສະພາບ ຂອງຕົນ, ເຮັດໃຫ້ຈະແຈ້ງ ບັນດາບັນຫາທີ່ຕົນເອງ ກຳລັງ ຕ້ອງ ຮັບມື, ພ້ອມກັນແບ່ງປັນ ຄວາມຮູ້ ແລະ ບົດຮຽນ, ປ່າວເຕືອນ ກ່ຽວ ກັບ ຄວາມສ່ຽງ, ໃຫ້ກຳລັງໃຈໃຫ້ກັນ ຜ່ານຜ່າ ສິ່ງທ້າທາຍ ແລະ ຜ່ານນັ້ນ ກໍ່ສ້າງ ການຮ່ວມມືໄວ້ວາງໃຈ, ການປະສົມປະສານຢ່າງ ກົມກຽວ, ຮ່ວມແຮງຮ່ວມໃຈກັນ ເພື່ອຄວາມໝັ້ນຄົງ ແລະ ຂະ ຫຍາຍຕົວຂອງ Petrovietnam.

ຫວັງວ່າ, ບັນດາເປົ້າໝາຍ ແຜນການປີ 2020 ຈະໄດ້ Petrovietnam ປະຕິບັດ ຄືຄວາມມຸ່ງຫວັງ ໃນຊຸມເດືອນທີ່ຍັງ ເຫຼືອ ຂອງປີ ຍ້ອນບົດລະຄອນບໍລິຫານ, ບັນດາວິທີການແກ້ໄຂ ຕ່າງກໍໄດ້ກະກຽມຢ່າງຮອບຄອບ, ມີຄວາມລະມັດລະວັງ ແລະ ສອດຄ່ອງ ກັບບັນດາແຫຼ່ງກຳລັງແຮງ ພ້ອມແລ້ວທີ່ຈະຮັບມືກັບ “ວິກິດການຄູ່”.

ໃນ 8 ກຸ່ມວິທີການແກ້ໄຂ Petrovietnam ສະເໜີອອກ ໃນສະ ພາບການ ປັດຈຸບັນ, ໜ້າເອົາໃຈໃສ່ ນັ້ນແມ່ນ ສອງກຸ່ມວິທີການ ແກ້ໄຂ ທີ່ກຳລັງໄດ້ຜັນຂະຫຍາຍປະຕິບັດຢ່າງເປັນເຈົ້າການ, ຄົບຊຸດ ແລະ ຂ້ຽວຂາດເຊັ່ນ: ຍົກສູງຄຸນນະພາບ ດ້ານຄຸ້ມຄອງ ວິສາຫະກິດ, ຍູ້ແຮງການແບ່ງຂັ້ນ, ແບ່ງອຳນາດ; ກວດຄືນ ລະບົບ ຂໍ້ມູນ ເອກະສານທີ່ ເປັນລາຍລັກອັກສອນ, ລະບຽບຂໍ້ກຳນົດ ການ ຄຸ້ມຄອງພາຍໃນ ຢ່າງລະອຽດ, ປະຕິບັດການປ່ຽນເປັນດີຈີຕອນ, ກວດຄືນ ແລະ ຍົກສູງວຽກງານຄຸ້ມຄອງຄວາມສ່ຽງ; ເສີມຂະຫຍາຍ ບັນດາວິທີແກ້ໄຂ ດ້ານເຕັກໂນໂລຊີ ເພື່ອ ຫຼຸດລາຍຈ່າຍ, ຍົກສູງປະສິດທິພາບ, ພິຈາລະນາ ການຫຼຸດ/ຢຸດ ຊຳລະຊະສາງເລື່ອນເວລາ ປະຕິບັດ ບັນດາລາຍຈ່າຍ ຜະລິດ ດຳເນີນທຸລະກິດ ທີ່ຍັງບໍ່ທັນຮີບດ່ວນ ເພື່ອ ຫຼຸດຜ່ອນລາຄາ ຕົ້ນ ທຶນ ຜະລິດຕະພັນ ໄດ້ດີທີສຸດ.

ໃນການເຮັດວຽກກັບ Petrovietnam ເມື່ອວັນທີ 10 ກັນຍາ ຜ່ານ ມາ, ທ່ານ ເຈືອງຮ່ວາບິ່ງ ກຳມະການກົມການເມືອງ, ຮອງນາຍົກ ລັດ ຖະມົນຕີ ຜູ້ປະຈຳການລັດຖະບານໄດ້ເນັ້ນໜັກວ່າ, Petrovietnam ມີພາລະກິດ “ປະກອບສ່ວນຄຳ້ປະກັນຄວາມ ສະຫງົບດ້ານພະລັງງານແຫ່ງຊາດ, ເປັນກຳລັງຫຼັກແຫຼ່ງ ດ້ານ ເສດຖະກິດ ໃນການກໍ່ສ້າງ ແລະ ພັດທະນາປະເທດຊາດ ຫວຽດ ນາມ ທີ່ເຂັ້ມແຂງແຮງກ້າ”. Petrovietnam ເປັນໜຶ່ງໃນບັນດາ ເສົາຄຳ ້ດ້ານເສດຖະກິດ ຂອງ ປະເທດຊາດ, ປະຕິບັດບົດບາດ ເປັນເຄື່ອງມືດັດສົມ ດ້ານເສດຖະກິດມະຫາພາກ ຂອງ ລັດຖະ ບານ, ປະກອບສ່ວນຢ່າງສຳຄັນໃຫ້ ງົບປະມານແຫ່ງລັດ. ປັດ ຈຸບັນ, Petrovietnam ມີຄວາມເອກອ້າງທະນົງໃຈ ໄດ້ມີເຄື່ອງ ໝາຍການຄ້າລາຍໃຫຍ່ ຢູ່ພາຍໃນ ແລະ ສາກົນ, ມີລະດັບຄວາມ ສາມາດ ດ້ານວິທະຍາສາດ ເຕັກໂນໂລຊີ ຄ້າຍຄືກັນ ກັບ ບັນດາ ປະເທດພັດທະນາ, ມີຂອບຂະໜາດໃຫຍ່ ແລະ ຄວາມສາ ມາດໃນການແກ່ງແຍ້ງແຂ່ງຂັນ, ເປັນເຈົ້າການ ໃນການເຄື່ອນ ໄຫວ ດ້ານນຳ້ມັນອາຍແກັສ ຢູ່ພາຍໃນ ແລະ ຕ່າງ ປະເທດ.

ໂດຍຮັບຮູ້ ກຸ່ມບໍລິສັດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆ ປະການ, ບັນລຸຜົນສຳເລັດຕ່າງໆ ທີ່ໃຫຍ່ຫຼວງ ໃນການຜະລິດ ດຳເນີນທຸລະ ກິດ, ຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງ ບັນດາ ຜົນງານ, ຜົນ ສຳເລັດທີ່ບັນລຸໄດ້ ຂອງໝູ່ຄະນະການນຳ, ພະນັກງານ ແລະ ຜູ້ ອອກແຮງງານ Petrovietnam ແລະ ຢັ້ງຢືນວ່າ, ເພື່ອບັນລຸໄດ້ ເປົ້າໝາຍ ຈະເລີນເຕີບໂຕດ້ານເສດຖະກິດ ປີ 2020 ຕ້ອງການມີ ການປະກອບສ່ວນຢ່າງໃຫຍ່ຫຼວງ ຂອງ ບັນດາກຸ່ມບໍລິສັດເສດຖະ ກິດແຫ່ງລັດ, ໃນນັ້ນມີການປະກອບສ່ວນ ອັນສຳຄັນຂອງ Petrovietnam ອີກດ້ວຍ. 
 
ບົດ: ອຽນນິງ-ພາບ: VNA

top