ທ່ານ Esmail Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ຍົກອອກໃຫ້ເຫັນຢ່າງຈະແຈ້ງເຖິງບັນດາເງື່ອນໄຂເພື່ອຢຸດຕິການປະທະກັນໃນທຸກແນວຮົບ ແລະ ສ້າງຕັ້ງຄວາມໝັ້ນຄົງໃນພາກພື້ນ ກໍ່ຄືຢູ່ຊ່ອງແຄບທະເລ Hormuz.
ກຳປັ່ນຂົນສົ່ງສິນຄ້າຢູ່ຊ່ອງແຄບທະເລ Hormuz (ພາບ: ຊິນຮົວ/VNA)
ອີຣານ ໃຫ້ຮູ້ວ່າ ບັນລຸໄດ້ຂໍ້ຕົກລົງກັບ ໂອມານ ກ່ຽວກັບຈຸດພິກັດດ້ານພູມສາດຂອງບັນດາເສັ້ນທາງການເດີນທາງທີ່ປອດໄພຜ່ານຊ່ອງແຄບທະເລ Hormuz ແລະ ກົນໄກປະກາດບັນດາເສັ້ນທາງນີ້ ໃຫ້ແກ່ບັນດາອົງການສາກົນທີ່ກ່ຽວຂ້ອງ. ການຜັນແປນີ້ໄດ້ດຳເນີນໃນສະພາບການທີ່ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດ ອາເມລິກາ ພວມດຳເນີນການປຶກສາຫາລືຢ່າງມີປະສິດທິຜົນກັບ ເຕເຮຣານ ແລະ ຈະບໍ່ດຳເນີນການເຄື່ອນໄຫວດ້ານການທະຫານກ່ອນການດຳເນີນການເລືອກຕັ້ງກາງສະໄໝໃນວັນທີ 3 ພະຈິກ ຈະມາເຖິງ, ເຖິງວ່າ ອາເມລິກາ ຈະສືບຕໍ່ຮັກສາການປິດລ້ອມ ແລະ ເພີ່ມກຳລັງກົດດັນດ້ານເສດຖະກິດຕໍ່ ອີີຣານ.
ຕາມໜັງສືພິມ The New Arab ອອກໃນວັນທີ 8 ຕຸລາ, ທ່ານ Esmail Baghaei ໂຄສົກກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ເຕເຮຣານ ຍົກອອກໃຫ້ເຫັນຢ່າງຈະແຈ້ງເຖິງບັນດາເງື່ອນໄຂເພື່ອຢຸດຕິການປະທະກັນໃນທຸກແນວຮົບ ແລະ ສ້າງຕັ້ງຄວາມໝັ້ນຄົງໃນພາກພື້ນ ກໍ່ຄືຢູ່ຊ່ອງແຄບທະເລ Hormuz. ທ່ານເວົ້າວ່າ ອີຣານ ຈະສົ່ງບັນດາຄຳເຫັນຄັດຄ້ານຕໍ່ບັນດາຂໍ້ສະເໜີຂອງ ອາເມລິກາ ຜ່ານບັນດາຝ່າຍເປັນກາງໄກເກ່ຍ.