ຂ່າວສານ

ອີ​ຣານ ຖະ​ແຫຼ​ງ​ຈະ​ໂຕ​້​ຕອບ​ຢ່າງ​ແຮງ ຖ້າ ອາ​ເມ​ລິ​ກາ ບຸກ​ໂຈມ​ຕີ​​ດ້ານການ​ທະ​ຫານ

ວັນທີ 23 ກຸມພາ, ອີຣານ ຖະແຫຼງ ຈະໂຕ້ຕອບ “ຢ່າງແຮງ” ຕໍ່ບໍ່ວ່າການບຸກໂຕມຕີໃດຂອງ ອາເມລິກາ ໃນສະພາບການທີ່ທ່ານ Donadl Trump ປະທານາທິບໍດີ ໃຫ້ຮູ້ ພວມຊັ່ງຊາຄວາມສາມາດດຳເນີນບັນດາການບຸກໂຈມຕີດ້ານການທະຫານ “ຈຳກັດ” ເລັ່ງໃສ່ ອີຣານ.
ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ (ພາບ: REUTERS)

ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ເຕເຮຣານ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ ໄດ້ປະຕິເສດບັນດາຂ່າວລືກ່ຽວກັບຄວາມສາມາດບັນລຸໄດ້ຂໍ້ຕົກລົງນິວເຄຼຍຊົ່ວຄາວໃນບັນດາການເຈລະຈາທາງອ້ອມລະຫວ່າງ ອາເມລິກາ ແລະ ອີຣານ. ທ່ານ Baghaei  ສະແດງຄວາມຫວັງວ່າ ໃນ 2 – 3 ວັນ ຈະມາເຖິງ ສາມາດດຳເນີນ ຮອບເຈລະຈາໜຶ່ງອີກ; ພ້ອມທັງຢັ້ງຢືນ ອີຣານ ຢຶດໝັ້ນປະຕິບັຕາມເສັ້ນທາງການທູດ ແຕ່ບໍ່ໄດ້ປະລະບັນດາສິດທີ່ສອດຄ່ອງກັບກົດໝາຍຂອງຕົນ.

ກໍໃນວັນດຽວກັນ, ສະຫະພາບ ເອີຣົບ (EU) ໄດ້ຮຽກຮ້ອງມາດຕະການທາງການທູດກ່ອນທີ່ຈະດຳເນີນການເຈລະຈາ. ທ່ານນາງ Kaja Kallas ຜູ້ຕາງໜ້າຂັ້ນສູງກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ຄວາມໝັ້ນຄົງຂອງ EU, ເນັ້ນໜັກວ່າ ພາກພື້ນ “ບໍ່ຕ້ອງການມີການປະທະກັນຄັ້ງໃໝ່ຕື່ມອີກ” ແລະ ຖືວ່າ ນີ້ແມ່ນຈຸດເວລາທີ່ເໝາະສົມເພື່ອຊອກຫາມາດຕະການທາງການທູດ.


top