ຂ່າວສານ

ອີ​ຣານ ກ່າວ​ເຕືອນ​ເປີດກວ້າງ​ການ​ປະ​ທະ​ກັນ​ຖ້າ​ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ສືບ​ຕໍ່​ເກາະ​ຜິດ

ຖະ​ແຫຼງ​ການ​ຂອງ​ກອງກຳ​ລັງ​ພິ​ທັກປະ​ຕິ​ວັດ​ອິດ​ສະ​ລາມ ອີຣານ (IRGC) ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ​ຖ້າການ​ກະ​ທຳ​ເປັນ​ປໍ​ລະ​ປັກ​ຂອງ ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ໄດ້​ດຳ​ເນີນ​ຄືນອີກ, ການ​ປະ​ທະ​ກັນ​ຈະ​ເປີດກວ້າງອອກ ​ເກີນ​ຂອບ​ເຂດ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ.
  ພາບ​ປະ​ກອບ: Majid Asgaripour/WANA/REUTERS  
ວັນ​ທີ 20 ພຶດ​ສະ​ພາ, ກອງກຳ​ລັງ​ພິ​ທັກ​ປະ​ຕິ​ວັດ ອິດ​ສະ​ລາມ ອີ​ຣານ ກ່າວ​ເຕືອນ​ວ່າ ອີ​ຣານ ຈະ​ເປີດກວ້າງ​ການ​ປະ​ທະ​ກັນ​ຢູ່ນອກ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ, ຖ້າ​ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ສືບ​ຕໍ່​ເດີ​ນ​ຕາມ​ການ​ກະ​ທຳ​ເປັນປໍ​ລະ​ປັກ. ຖະ​ແຫຼງ​ການ​ຂອງ​ກອງກຳ​ລັງ​ພິ​ທັກປະ​ຕິ​ວັດ​ອິດ​ສະ​ລາມ ອີຣານ (IRGC) ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ​ຖ້າການ​ກະ​ທຳ​ເປັນ​ປໍ​ລະ​ປັກ​ຂອງ ອາ​ເມ​ລິ​ກາ ແລະ ອິດ​ສະ​ລາ​ແອັນ ໄດ້​ດຳ​ເນີນ​ຄືນອີກ, ການ​ປະ​ທະ​ກັນ​ຈະ​ເປີດກວ້າງອອກ ​ເກີນ​ຂອບ​ເຂດ​ພາກ​ພື້ນ ຕາ​ເວັນ​ອອກ​ກາງ. ພ້ອມ​ທັງ IRGC ​ຢັ້ງ​ຢືນ​ວ່າ ກອງກຳ​ລັງ​ນີ້​ຍັງ​ບໍ່​ທັນ​ ບຸກ​ໂຈມ​ຕີ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ, ໃນ​ຂະ​ນະ​ທີ່ ​ຝ່າຍ​ກົງ​ກັນ​ຂ້າມ ແມ່ນ​ສອງ​ກຳ​ລັງ​ທະ​ຫານ​ທີ່ແພງ​ທີ່​ສຸດ​ໃນ​ໂລກ ໄດ້​ບຸກ​ໂຈມ​ຕີ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ຢ່າງ​ຕໍ່​ເນື່ອງ​ໃນ 6 ອາ​ທິດ​ຜ່ານ​ມາ.

top