ຂ່າວສານ

ອີ​ຢູ ຊັ່ງ​ຊາ ຢຸດ​ຕິ​ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ JCPOA ​ໂດຍ​ຊົ່ວ​ຄາວ

ວັນທີ 11 ມີນາ, ກະຊວງການຕ່າງປະເທດ ອີຣານ ຖືວ່າ, ການຢຸດຕິການເຈລະຈາກັບບັນດາປະເທດມະຫາອຳນາດໃນໂລກ ໂດຍຊົ່ວຄາວ ກ່ຽວກັບການຟື້ນຟູ JCPOA ອາດຈະສ້າງກຳລັງໜູນ ເພື່ອແກ້ໄຂທຸກບັນຫາທີ່ຍັງຄົງຄ້າງ.

ວັນທີ 11 ມີນາ, ກະຊວງການຕ່າງປະເທດ ອີຣານ ຖືວ່າ, ການຢຸດຕິການເຈລະຈາກັບບັນດາປະເທດມະຫາອຳນາດໃນໂລກ ໂດຍຊົ່ວຄາວ ກ່ຽວກັບການຟື້ນຟູ JCPOA ອາດຈະສ້າງກຳລັງໜູນ ເພື່ອແກ້ໄຂທຸກບັນຫາທີ່ຍັງຄົງຄ້າງ.

    

ສະພາບອບເຈລະຈາ ຢູ່ ວຽນ ປະເທດ ໂອຕາລິດ ເມື່ອວັນທີ 3/12/2021 (ພາບ: THX/TTXVN)

ວັນທີ 11 ມີນາ, ອີຢູ ໄດ້ປະກາດຈະຊັ່ງຊາຄວາມສາມາດຢຸດຕິການເຈລະຈາຄັ້ງຕ່າງໆກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ (ແຜນການດຳເນີນງານລວມຮອບດ້ານ-JCPOA) ໂດຍຊົ່ວຄາວ ຊື່ງພວມດຳເນີນຢູ່ ວຽນ ປະເທດ ໂອຕາລິດ. ໃນສານລົງໃນ Twitter, ຜູ້ຕາງໜ້າຂັ້ນສູງ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດຂອງ ອີຢູ, ທ່ານ Josep Borrell ໃຫ້ຮູ້ວ່າ: ການຢຸດຕິການເຈລະຈາ JCPOA ຄັ້ງຕ່າງໆໂດຍຊົ່ວຄາວ ແມ່ນຈຳເປັນ ຍ້ອນໄດ້ປະກົດມີບັນດາປັດໄຈພາຍນອກ.

ເພື່ອໂຕ້ຕອບຄືນການກະທຳດັ່ງກ່າວຂອງ ອີຢູ, ວັນທີ 11 ມີນາ, ກະຊວງການຕ່າງປະເທດ ອີຣານ ຖືວ່າ, ການຢຸດຕິການເຈລະຈາກັບບັນດາປະເທດມະຫາອຳນາດໃນໂລກ ໂດຍຊົ່ວຄາວ ກ່ຽວກັບການຟື້ນຟູ JCPOA ອາດຈະສ້າງກຳລັງໜູນ ເພື່ອແກ້ໄຂທຸກບັນຫາທີ່ຍັງຄົງຄ້າງ. ແຕ່ເຖິງແນວນັ້ນກໍ່ຕາມ, ທ່ານກໍ່ໄດ້ເນັ້ນໜັກວ່າ ບໍ່ມີປັດໄຈພາຍນອກໃດທີ່ກໍ່ຜົນສະທ້ອນຕໍ່ເຈດຈຳນົງລວມຂອງບັນດາຝ່າຍ ແມ່ນມຸ່ງໄປເຖິງຂໍ້ຕົກລົງລວມໝູ່.

(ແຫຼ່ງຄັດຈາກ VOV)


top