ຂ່າວສານ

ອີ​ຢູ ຂຶ້ນ​ແຜນ​ຊົດ​ເຊີຍ​ໃຫ້​ແກ່​​ຊາວ​ກະ​ສິ​ກອນ​ຜູ້​ຖືກ​ຜົນ​ກະ​ທົບ​ຈາກ​​ການ​ນຳ​ເຂົ້າທັນ​ຍາ​ຫານ​ຈາກ ຢູ​ແກຼນ

ສະຫະພາບເອີຣົບ (EU) ຈະກະກຽມເງິນຈຳນວນ 100 ລ້ານ ເອີໂຣ ເພື່ອຊົດເຊີຍໃຫ້ແກ່ຊາວກະສິກອນຢູ່ບັນດາປະເທດ ທີ່ມີຊາຍແດນຕິດກັບ ຢູແກຼນ ແລະ ພວມພິຈາລະນາແຜນການຈຳກັດການນຳເຂົ້າທັນຍາຫານຈາກ ຢູແກຼນ.
ການເກັບກ່ຽວເຂົ້າຝ້າງຢູ່ Kharkiv, ຢູແກຼນ (ພາບ: AFP/TTXVN)

ວັນທີ 19 ເມສາ, ໂຄສົກຄະນະກຳມະການ ເອີຣົບ (EC) ໃຫ້ຮູ້ວ່າ ສະຫະພາບເອີຣົບ (EU) ຈະກະກຽມເງິນຈຳນວນ 100 ລ້ານ ເອີໂຣ ເພື່ອຊົດເຊີຍໃຫ້ແກ່ຊາວກະສິກອນຢູ່ບັນດາປະເທດ ທີ່ມີຊາຍແດນຕິດກັບ ຢູແກຼນ ແລະ ພວມພິຈາລະນາແຜນການຈຳກັດການນຳເຂົ້າທັນຍາພືດຈາກ ຢູແກຼນ. ໂຄສົກຄົນດັ່ງກ່າວໃຫ້ຮູ້ວ່າ EC ຈະນຳໃຊ້ມາດຕະການປົກປ້ອງໃຫ້ແກ່ທັນຍາພືດ, ແປ້ງເຂົ້າຝ້າງ, ສາລີ, ແກ່ນຕາເວັນ... ຕາມຂໍ້ກຳນົດຂອງ EU ແລ້ວ, ອົງການດັ່ງກ່າວອາດຈະຍົກອອກມາດຕະການຈຳກັດການນຳເຂົ້າສຳລັບສ່ວນໜຶ່ງ ຫຼື ໃນທົ່ວດິນແດນ EU, ໃນຂະນະນັ້ນ ແມ່ນຍັງສືບຕໍ່ອະນຸຍາດໃຫ້ຜ່ານເມືອງໄປຍັງປະເທດຕໍ່ໄປ.

ໃນວັນດຽວກັນ, ລັດຖະບານ ຮຸງກາຣີ ກໍໄດ້ເປີດກວ້າງຄຳສັ່ງຫ້າມແບບຊົ່ວຄາວສຳລັບການນຳເຂົ້າບັນດາຜະລິດຕະພັນກະເສດຂອງ ຢູແກຼນ, ລວມມີ ນ້ຳເຜີ້ງ, ເຫຼົ້າ, ເຂົ້າຈີ່, ນ້ຳຕານ ແລະ ຊີ້ນ ກໍຄື ຜັກບາງຊະນິດ.


top