ຂ່າວສານ

ອີຢູ ຢາກເພີ່ມທະວີການມີໜ້າຂອງກອງທັບເຮືອຢູ່ ທະເລຕາເວັນອອກ

ໜຶ່ງໃນບັນດາຂົງເຂດສ້າງກຳລັງຄວາມສາມາດເຊິ່ງ ອີຢູ ຢາກສຸມໃສ່ຢູ່ ຟີລິບປິນ ແມ່ນເລື່ອງເພີ່ມທະວີຜັນຂະຫຍາຍບັນດາການຢ້ຽມຢາມຂອງກຳປັ່ນກອງທັບເຮືອຂອງບັນດາປະເທດ ອີຢູ ແລະ ດຳເນີນການຊ້ອມຮົບຮ່ວມຂອງກອງທັບເຮືອ ກັບ ຟີລິບປິນ.
  ທ່ານ Richard Tibbels, ທູດພິເສດຂອງ ອີຢູ ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ (ພາບ: AP)  

ໃນບົດກ່າວປາໄສຫວ່າງມໍ່ໆມານີ້ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ, ທ່ານ Richard Tibbels, ທູດພິເສດຂອງ ອີຢູ ຢູ່ພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ຮູ້ວ່າ, ໜຶ່ງໃນບັນດາຂົງເຂດສ້າງກຳລັງຄວາມສາມາດເຊິ່ງ ອີຢູ ຢາກສຸມໃສ່ຢູ່ ຟີລິບປິນ ແມ່ນເລື່ອງເພີ່ມທະວີຜັນຂະຫຍາຍບັນດາການຢ້ຽມຢາມຂອງກຳປັ່ນກອງທັບເຮືອຂອງບັນດາປະເທດ ອີຢູ ແລະ ດຳເນີນການຊ້ອມຮົບຮ່ວມຂອງກອງທັບເຮືອ ກັບ ຟີລິບປິນ. ຜ່ານນັ້ນ, ອີຢູ ມີແນວຄິດເພີ່ມທະວີການມີໜ້າດ້ານກອງທັບເຮືອຢູ່ເຂດທະເລຕາເວັນອອກ, ເພື່ອສະແດງໃຫ້ເຫັນຄວາມຖືກເປັນສຳຄັນ, ຮັບປະກັນຄວາມເສລີໃນການເດີນເຮືອ, ຮັກສາການປະຕິບັດກົດໝາຍສາກົນ, ລວມທັງສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS).

ເລື່ອງ ອີຢູ ຊອກຫາການເປີດກວ້າງການມີໜ້າຂອງກອງທັບເຮືອຢູ່ທະເລຕາເວັນອອກ ໄດ້ດຳເນີນໄປໃນສະພາບການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່ຢູ່ພາກພື້ນ ແລະ ຢູ່ທະເລຕາເວັນອອກ ເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ທ່ານ Richard Tibbels, ຢືນຢັນວ່າ ອີຢູ ຈະບໍ່ເຂົ້າຮ່ວມການແກ່ງແຍ້ງດ້ານພູມສາດການເມືອງ; ແທນທີ່ນັ້ນແມ່ນມຸ່ງໄປເຖິງການຮ່ວມມືຢ່າງເປີດເຜີຍ, ເພື່ອຜົນປະໂຫຍດລວມ - ແມ່ນສິ່ງເຊິ່ງບັນດາປະເທດ ອາຊຽນ ກໍ່ພວມມີຄວາມສົນໃຈ. ທ່ານ Richard Tibbels, ໄດ້ຢ້ຳຄືນການສະໜັບສະໜູນຂອງ ອີຢູ ສຳລັບບັນດາຄວາມມານະພະຍາຍາມຂອງ ອາຊຽນ ໃນການເຈລະຈາກັບ ຈີນ ກ່ຽວກັບກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).


top