ຂ່າວສານ

ອີຢູ ປະກາດບັນຊີີລາຍຊື່ບັນດາປະເພດສິນຄ້າຂອງ ອາເມລິກາ ອາດຈະຖືກຈັດວາງອັດຕາພາສີ

      ວັນທີ 17 ເມສາ, ຄະນະກໍາມະການເອີຣົບ (EC) ໄດ້ປະກາດບັນຊີລາຍຊື່ສິນຄ້າທີ່ນໍາເຂົ້າຈາກ ອາເມລິກາ ລວມມູນຄ່າ 20 ຕື້ USD ອາດຈະຖືກຈັດວາງອັດຕາພາສີ ຍ້ອນບັນດາການໂຕ້ຖຽງຂ້າມມະຫາສະໝຸດອັດລັງຕິກ ກ່ຽວກັບນະໂຍບາຍໜູນຊ່ວຍໃຫ້ແກ່ບັນດາໂຮງງານຜະລິດເຮືອບິນ.
      ໃນອາທິດແລ້ວ, ອໍານາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ປະກາດບັນຊີລາຍຊື່ບັນດາປະເພດສິນຄ້າຂອງສະຫະພາບເອີຣົບ (ອີຢູ) ຖືກ ວໍຊິງຕັນ ຈັດວາງອັດຕາພາສີເພີ່ມເຕີມ ນັບແຕ່ເຮືອບິນການຄ້າຂະໜາດໃຫຍ່, ເຄື່ອງອາໄຫຼ່ເຮືອບິນ ຕະຫຼອດຮອດບັນດາຜະລິດຕະພັນ ນົມ ແລະ ເຫຼົ້າແວງ ເພື່ອແນໃສ່່ໂຕ້ຕອບຄືນບັນດາບ້ວງເງິນໜູນຊ່ວຍ ເຊິ່ງອີຢູ ສະຫງວນໃຫ້ Airbus ທີ່ມີມູນຄ່່າ 11 ຕື້ USD (ຕາມການຄິດໄລ່ຂອງ ອາເມລິກາ). ບຣຸກແຊນ ໄດ້ໂຕ້ຕອບດ້ວຍບັນຊີລາຍຊື່ບັນດາສິນຄ້ານໍາເຂົ້າ ທີ່ມີມູນຄ່າ 20 ຕື້ USD ຂອງ ອາເມລິກາ, ລວມມີບັນດາຜະລິດຕະພັນກະເສດຈາກໝາກໄມ້ອົບແຫ້ງ, ເຮືອບິນ, ປາ, ຢາສູບ, ກະເປົາ.... ບັນຊີລາຍຊື່ດັ່ງກ່າວ ຈະໄດ້ເປີດເຜີຍເພື່ອປຶກສາຫາລື ຈົນຮອດວັນທີ 31 ພຶດສະພາ ຈະມາເຖິງ ແລະ ຫຼັງຈາກນັ້ນ ຈະໄດ້ຮັບການປັບປຸງຄືນໃໝ່່.
 (ແຫຼ່ງຄັດຈາກ VOV)


top