ໂດຍແມ່ນໜຶ່ງໃນບັນດາປະເທດທຳອິດໃຫ້ສັດຕະຍາບັນສົນທິສັນຍາ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ອີຢິບ, ບັນດາຄູ່ຮ່ວມມື ອາຟະລິກາ, UNODC ແລະ ບັນດາປະເທດສະມາຊິກສະຫະປະຊາຊາດ ຮ່ວມມືຊຸກຍູ້ການຜັນຂະຫຍາຍສົນທິສັນຍາໃຫ້ມີປະສິດທິຜົນ.
(ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ)
ໃນລະຫວ່າງວັນທີ 14 – 15 ມິຖຸນາ, ຢູ່ນະຄອນຫຼວງ ກາຍໂຣ ຂອງ ອີຢິບ, ກະຊວງຍຸຕິທຳ ອີຢິບ ໄດ້ສົມທົບກັບຫ້ອງການສະຫະປະຊາຊາດກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC), ສະພາ ເອີລົບ ແລະ ມະຫາວິທະຍາໄລ ອັງກິດ ປະຈຳ ອີຢິບ ຈັດກອງປະຊຸມສາກົນດ້ວຍຫົວຂໍ້ “ຕ້ານອາດຊະຍາກຳທາງໄຊເບີ: ບັນດາຄວາມສ່ຽງໃໝ່, ຫຼັກຖານເອເລັກໂຕນິກ ແລະ ຄວາມຮຽກຮ້ອງເພີ່ມທະວີການຮ່ວມມືສາກົນ” ເພື່ອແນໃສ່ຊຸກຍູ້ການຜັນຂະຫຍາຍສົນທິສັນຍາສະຫະປະຊາຊາດກ່ຽວກັບອາດຊະຍາກຳທາງໄຊເບີ (ສົນທິສັນຍາ ຮ່າໂນ້ຍ).
ທ່ານ ຫງວຽນນາມເຢືອງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຢິບ ໃຫ້ຮູ້ວ່າ ໂດຍແມ່ນໜຶ່ງໃນບັນດາປະເທດທຳອິດໃຫ້ສັດຕະຍາບັນສົນທິສັນຍາ, ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບ ອີຢິບ, ບັນດາຄູ່ຮ່ວມມື ອາຟະລິກາ, UNODC ແລະ ບັນດາປະເທດສະມາຊິກສະຫະປະຊາຊາດ ຮ່ວມມືຊຸກຍູ້ການຜັນຂະຫຍາຍສົນທິສັນຍາໃຫ້ມີປະສິດທິຜົນ. ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານເອກອັກຄະລັດຖະທູດ ຫງວຽນນາມເຢືອງ, ຕີລາຄາວ່າ:
“ຜ່ານການປຶກສາຫລືອາດຈະເຫັນໄດ້ວ່າ ປະຊາຄົມສາກົນມີຄວາມຮັບຮູ້ທີ່ນັບມື້ນັບສູງຕໍ່ຄວາມສ່ຽງພວມພົ້ນເດັ່ນຂຶ້ນ, ພິເສດແມ່ນຄວາມສ່ຽງອາດຊະຍາກຳນຳໃຊ້ປັນຍາປະດິດ (AI) ເພື່ອບຸກໂຈມຕີອິນເຕີແນັດ, ກໍ່ຄືສ້າງເຂດລັບທາງອິນເຕີແນັດ. ພ້ອມກັນນັ້ນ, ບັນດາຜູ້ແທນກໍ່ເຫັນໄດ້ບັນດາໂອກາດຮ່ວມມືໃນໄລຍະຈະມາເຖິງ, ສຸມໃສ່ການແລກປ່ຽນຫຼັກຖານເອເລັກໂຕນິກ, ຮັບໃຊ້ການສືບສວນຂ້າມຊາຍແດນ”.