ຂ່າວສານ

ອີຊີ ຊຸກຍູ້ແຜນການຊື້ອາຍແກັດລວມກ່ອນລະດູແລ້ງວຽນມາ

ຄາດວ່າ, ອີຊີ ຈະປະກາດປະລິມານອາຍແກັດເຊິ່ງບັນດາປະເທດ ອີຢູ ອາດຈະຊື້ລວມໃນລະດູບານໃໝ່ຈະມາເຖິງ ເພື່ອດຶງດູດບັນດາຂໍ້ສະເໜີຂອງບັນດານັກສະໜອງຕື່ມອີກ.
  (ພາບປະກອບ: AFP/TTXVN)  

ວັນທີ 16 ມັງກອນ, ທ່ານຮອງປະທານຄະນະກຳມະການເອີລົບ (ອີຊີ) Maros Sefcovic ໃຫ້ຮູ້ວ່າ ອົງການນີ້ຈະເລີ່ມດຳເນີນແຜນການຊື້ອາຍແກັດລວມກ່ອນລະດູແລ້ງວຽນມາ ເພື່ອຊ່ວຍໃຫ້ບັນດາປະເທດສະມາຊິກສະສົມເຕັມສາງເກັບຮັກສາ ແລະ ຫຼີກລ້ຽງສະພາບຂາດພະລັງງານໃນລະດູໜາວຈະມາເຖິງ. ຄາດວ່າ, ອີຊີ ຈະປະກາດປະລິມານອາຍແກັດເຊິ່ງບັນດາປະເທດ ອີຢູ ອາດຈະຊື້ລວມໃນລະດູບານໃໝ່ຈະມາເຖິງ ເພື່ອດຶງດູດບັນດາຂໍ້ສະເໜີຂອງບັນດານັກສະໜອງຕື່ມອີກ.

ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ອີຢູ ໃຫ້ຮູ້ວ່າ, ບາງບໍລິສັດນ້ຳມັນອາຍແກັດ ມີຄວາມລັ່ງເລໃຈ, ບໍ່ຢາກເຂົ້າຮ່ວມລາຍການຊື້ອາຍແກັດລວມດັ່ງກ່າວ ຍ້ອນເຂົາເຈົ້າສາມາດເຈລະຈາສະເພາະ ແລະ ຍັງມີຄວາມສົງໄສຕໍ່ຄວາມອາດສາມາດຂອງກົນໄກນີ້ຂອງ ອີຢູ ຈະຊ່ວຍຫຼຸດຜ່ອນລາຄາອາຍແກັດ.

ຕາມກົນໄກຊື້ລວມ, ບັນດາປະເທດຕ້ອງຮັບປະກັນວ່າ ບໍລິສັດຢູ່ພາຍໃນປະເທດເຂົ້າຮ່ວມການເກັບຊື້ອາຍແກັດຕາມຄວາມຕ້ອງການຢູ່ລະດັບທຽບເທົ່າ 15% ປະລິມານອາຍແອັດທີ່ຈຳເປັນເພື່ອໃສ່ໃຫ້ເຕັມສາງສະສົມ 90%.


top