ຂ່າວສານ

ອິ​ຣານ ໄດ້​ຮັບ​ສານ​ຈາກ​ບັນ​ດາ​ຝ່າຍ​ເຂົ້າ​ຮ່ວມ​ຂໍ້​ຕົກ​ລົງ​ນິວ​ເຄຼຍ

ວັນທີ 29 ມັງກອນ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ໃຫ້ຮູ້ວ່າ ປະເທດນີ້ ໄດ້ຮັບສານຈາກບັນດາປະເທດເຂົ້າຮ່ວມຂໍ້ຕົກລົງນິວເຄຼຍປີ 2015 ລວມທັງ ອາເມລິກາ ຜ່ານ ກາຕາ.
   ທາງໃນຮາກຖານເສີມທາດຢູຣານຽມຢູ່ ອີຣານ (ພາບ: AFP/TTXVN)  

ທີ່ກອງປະຊຸມຖະແຫຼງຂ່າວລວມກັບຄູ່ຮ່ວມຕຳແຫຼ່ງ ກາຕາ ທ່ານ Mohammed bin Abdulrahman Al Thani ພາຍຫຼັງການພົບປະຢູ່ ເຕເຮຣານ, ນະຄອນຫຼວງ ອີຣານ, ທ່ານ Amir-Abdollahian ໄດ້ຕີລາຄາສູງເຈດຕະນາດີຂອງ ໂດຮາ ທີ່ໄດ້ຊ່ວຍນຳບັນດາຝ່າຍກ້າວເຂົ້າສູ່ມໍ່ກັບບັນດາບາດກ້າວສຸດທ້າຍ ພ້ອມກັນມຸ່ງໄປເຖິງການບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ. ສ່ວນທ່ານລັດຖະມົນຕີການຕ່າງປະເທດກາຕາ Abdulrahman Al Thani ໃຫ້ຮູ້ວ່າ ອາເມລິກາ ໄດ້ສົ່ງບັນດາສານໃຫ້ແກ່ ກາຕາ ເພື່ອສົ່ງໄປຍັງ ອີຣານ ພ້ອມທັງໃສ່ໃຈວ່າ, ສານສະບັບເຫຼົ່ານັ້ນ ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍ ປີ 2015.

ອີຣານ ພ້ອມກັບບັນດາປະເທດມະຫາອຳນາດໃນໂລກ (ກຸ່ມ P5 + 1 ລວມມີ: ອາເມລິກາ, ອັງກິດ, ຝະລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໄດ້ເຊັນຂໍ້ຕົກລົງນິວເຄຼຍ ຊື່ງຍັງໄດ້ເອີ້ນວ່າ ແຜນການເຄື່ອນໄຫວລວມຮອບດ້ານ (JCPOA),  ເມື່ອເດືອນກໍລະກົດປີ 2015. ບັນດາການເຈລະຈາເພື່ອແນໃສ່ຟື້ນຟູ JCPOA ໄດ້ເລີ່ມແຕ່ເດືອນ ເມສາ ປີ 2021 ຢູ່ ວຽນ ປະເທດ ໂອຕາລິດ. ແຕ່ເຖິງຢ່າງໃດກໍ່ຕາມ, ຍັງບໍ່ທັນມີບາດກ້າວບຸກທະລຸໃດ ພາຍຫຼັງຮອບເຈລະຈາຄັ້ງຫຼ້າສຸດ ໃນເດືອນ ສິງຫາປີ 2022 ທີ່ຜ່ານມາເທື່ອ.


top