ຂ່າວສານ

ອິນ​ໂດ​ເນ​ເຊຍ ຍິງ​ປຶນ​ໃຫຍ່ 21​ນັດ​ຕ້ອນ​ຮັບ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ

ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ມີການພົບປະ ແລະ ດຳເນີນການເຈລະຈາຂັ້ນສູງເພື່ອປຶກສາຫາລື ແລະ ວາງອອກບັນດາມາດຕະການແນໃສ່ສືບຕໍ່ຮັກສາ, ພັດທະນາ, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ (ພາບ: VOV)

ຕອນບ່າຍວັນທີ 10 ມີນາ,  ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບພັນລະຍາ ແລະຄະນະຜູ້ແທນຂັ້ນສູງ ຫວຽດນາມໃນການເດີນທາງໄປຢ້ຽມຢາມທາງລັດຖະກິດ ຢູ່ອິນໂດເນເຊຍຕາມຄຳເຊື້ອເຊີນຂອງທ່ານ Prabowo Subianto ປະທານາທິບໍດີ , ປະທານພັກຂະບວນການອິນໂດເນເຊຍ ຍິ່ງໃຫຍ່ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ ທຳນຽບປະທານາທິບໍດີ - ວັງ Merdeka, ອິນໂດເນເຊຍ. ທ່ານ Prabowo Subianto ໄດ້ມາຕ້ອນຮັບ ແລະ ເຊື້ອເຊີນທ່ານເລຂາທິການໃຫຍ່ ໂຕເລິມກ້າວຶຂຶ້ນເວທີກຽດຕິຍົດ. ເພງຊາດປະເທດ ຫວຽດນາມ ແລະ ອິນໂດເນເຊຍ ໄດ້ບັນເລັງຂຶ້ນ. ພ້ອມກັນນັ້ນແມ່ນ ການຍິງປຶນໃຫຍ່ 21 ນັດເພື່ອຕ້ອນຮັບທ່ານເລຂາທິການໃຫຍ່ ແລະ ຄະນະຜູ້ແທນ ຫວຽດນາມ.

ພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ມີການພົບປະ ແລະ ດຳເນີນການເຈລະຈາຂັ້ນສູງເພື່ອປຶກສາຫາລື ແລະ ວາງອອກບັນດາມາດຕະການແນໃສ່ສືບຕໍ່ຮັກສາ, ພັດທະນາ, ນຳການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່.


top