ຂ່າວສານ

ອິນ​ເດຍ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ G20 ບໍ່​ສຸມ​ໃສ່​​ບຸ​ລິ​ມະ​ສິດ​ໃນ​ການ​ແກ້​ໄຂ​ໄພທຸ​ກ​ຍາກ​ອຶດ​ຫິວ

ໂລກພວມປະເຊີນໜ້າກັບວິກິດການໄພທຸກຍາກອຶດຫິວທີ່ຮ້າຍແຮງທີ່ສຸດໃນໂລກ, ປັດຈຸບັນ, ເມື່ອມີເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ປະມານ 60 ລ້ານຄົນ ມີຄວາມສ່ຽງຖືກຂາດສານອາຫານໃນທ້າຍປີນີ້.
  ມີເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ປະມານ 60 ລ້ານຄົນ ມີຄວາມສ່ຽງຖືກຂາດສານອາຫານ ໃນທ້າຍປີນີ້ (ພາບ: AFP/TTXVN)  

ວັນທີ 15 ມີນາ, ຢູ່  New Delhi, ທ່ານ Amitabh Kant ຜູ້ປະສານງານແຖວໜ້າຂອງ ອິນເດຍ ຢູ່ບັນດາເຫດການຂອງກຸ່ມພື້ນຖານເສດຖະກິດພັດທະນາ ແລະ ຫາກໍພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຖືວ່າ ການປະທະກັນຢູ່ ຢູແກຼນ ໄດ້ເຮັດໃຫ້ໂລກຕົກເຂົ້າສູ່ສະພາບຈົນຕາແຈໃນຈຸດເວລາທີ່ຕ້ອງມີການເຄື່ອນໄຫວດ່ວນຫຼາຍຢ່າງ ເພື່ອແກ້ໄຂສະພາບໄພທຸກຍາກອຶດຫິວ ເຊິ່ງພວມເພີ່ມຂຶ້ນໃນທົ່ວໂລກ. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Amitabh Kant ເນັ້ນໜັກວ່າ: ໂລກ ຕ້ອງກ້າວຂຶ້ນ ແລະ ເອີຣົບ ຕ້ອງຊອກຫາມາດຕະການເພື່ອແກ້ໄຂສິ່ງທ້າທາຍຂອງຕົນ.

ຫວ່າງມໍ່ໆມານີ້, ໂຄງການສະບຽງອາຫານໂລກ (WFP) ກ່າວເຕືອນວ່າ ໂລກພວມປະເຊີນໜ້າກັບວິກິດການໄພທຸກຍາກອຶດຫິວທີ່ຮ້າຍແຮງທີ່ສຸດໃນໂລກ, ປັດຈຸບັນ, ມີເດັກນ້ອຍທີ່ມີອາຍຸຕ່ຳກວ່າ 5 ປີ ປະມານ 60 ລ້ານຄົນ ມີຄວາມສ່ຽງຖືກຂາດສານອາຫານໃນທ້າຍປີນີ້. ຕາມໂຄການ WFP ແລ້ວ, ນັບແຕ່ເມື່ອຕົ້ນໄລຍະເກີດໂລກລະບາດໂຄວິດ - 19, ຈຳນວນຄົນທີ່ມີຄວາມສ່ຽງຂາດການສະບຽງອາຫານ ຫຼື ປະເຊີນໜ້າກັບໄພທຸກຍາກອຶດຫິວ ໄດ້ເພີ່ມແຕ່ 135 ລ້ານຄົນ ຢູ່ 53 ປະເທດ ຂຶ້ນເປັນ 345 ລ້ານຄົນຢູ່ 82 ປະເທດ.       


top