ຂ່າວສານ

ອິນໂດເນເຊຍຖືເປັນສຳຄັນການພົວພັນຮ່ວມມືກັບຫວຽດນາມ

      ວັນທີ 14 ທັນວາ, ທ່ານ Fahri Hamzah, ຮອງປະທານສະພາຕາງໜ້າປະຊາຊົນ (DPR - ສະພາຕ່ຳອິນໂດເນເຊຍ) ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອິນໂດເນເຊຍ ຮ່ວາງແອງຕ໋ວນ.

ອິນໂດເນເຊຍຖືເປັນສຳຄັນການພົວພັນຮ່ວມມືກັບຫວຽດນາມ
(ພາບ: TTXVN)
      ທີ່ການຕ້ອນຮັບ, ທ່ານ Fahri Hamzah ຢືນຢັນວ່າ, ຍາມໃດອິນໂດເນເຊຍ ກໍ່ຖືການພົວພັນຮ່ວມມືກັບຫວຽດນາມ ເປັນສຳຄັນ ແລະ ສະແດງຄວາມພາກພູມໃຈທີ່ຈະໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດອິນໂດເນເຊຍ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 26 ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF 26) ຢູ່ຫວຽດນາມ ໃນເດືອນມັງກອນ ປີ 2018.
        ທ່ານເອກອັກຄະລັດຖະທູດ ຮ່ວາງແອງຕ໋ວນ ໄດ້ຊົມເຊີຍທ່ານ Fahri Hamzah, ຮອງປະທານ DPR ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດອິນໂດເນເຊຍ ຈະມາຫວຽດນາມ ເພື່ອເຂົ້າຮ່ວມ APPF 26, ພ້ອມທັງຖືວ່າ, ການຢ້ຽມຢາມ ແລະ ເຮັດວຽກ ຈະປະກອບສ່ວນຊຸກຍູ້ການພັດທະນາສາຍພົວພັນຮ່ວມມືຫຼາຍດ້ານລະຫວ່າງລັດຖະສະພາຂອງ 2 ປະເທດ.
        ເນື່ອງໃນໂອກາດສຳເລັດໜ້າທີ່ການທູດຢູ່ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຮ່ວາງແອງຕ໋ວນ ຢືນຢັນວ່າ, ໃນຖານະຕຳແໜ່ງໃໝ່ເປັນຮອງເລຂາທິການໃຫຍ່ອາຊຽນ, ທ່ານຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດສະມາຊິກຫວຽດນາມ - ອິນໂດເນເຊຍ ກວ່າອີກ.
 (ແຫຼ່ງຄັດຈາກ VOV)
 

top