ຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ ແມ່ນໜຶ່ງໃນບັນດາຫົວຂໍ້ຈຸດສຸມໃນການພົບປະລະຫວ່າງການນຳ 2 ທ່ານ ຢູ່ວັງ Merdeka.
ທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: ຫ້ອງການສື່ສານປະທານາທິບໍດີ)
ວັນທີ 27 ມິຖຸນາ, ທ່ານປະທານາທິບໍດີ ອິນໂດເນເຊຍ Prabowo Subianto ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ລ້ວນແຕ່ສະແດງຄວາມວິຕົກກັງວົນຕໍ່ຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ. ການນຳ 2 ທ່ານປາດຖະໜາຢາກປະກອບສ່ວນເຂົ້າໃນຄວາມມານະພະຍາຍາມເພື່ອໄກເກ່ຍລະຫວ່າງ 2 ປະເທດສະມາຊິກ ອາຊຽນ.
ຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ໄທ ແລະ ກຳປູເຈຍ ແມ່ນໜຶ່ງໃນບັນດາຫົວຂໍ້ຈຸດສຸມໃນການພົບປະລະຫວ່າງການນຳ 2 ທ່ານ ຢູ່ວັງ Merdeka. ຕາມທ່ານນາຍົກລັດຖະມົນຕີ ມາເລເຊຍ ແລ້ວ, ມາເລເຊຍ ແລະ ອິນໂດເນເຊຍ ຈະມານະພະຍາຍາມສຳຜັດກັບ 2 ປະເທດເພື່ອແນໃສ່ຫຼຸດຜ່ອນ ແລະ ເຮັດໃຫ້ຄວາມເຄັ່ງຕຶງຫຼຸດລົງ.
ກ່ຽວກັບການພົວພັນ 2 ຝ່າຍ, ອິນໂດເນເຊຍ - ມາເລເຊຍ, ການນຳ 2 ທ່ານໄດ້ເຫັນດີເດີນຕາມການຮ່ວມມືເສດຖະກິດລວມຢູ່ເຂດທະເລເກີດການຂັດແຍ້ງກັນແມ່ນເຂດທະເລ Ambalat (ຕາມການເອີນຂອງ ອິນໂດເນເຊຍ) ນອນຢູ່ລະຫວ່າງແຂວງ Kalimantan ຕາເວັນອອກຂອງ ອິນໂດເນເຊຍ ແລະ ລັດ Sabat ຂອງ ມາເລເຊຍ.