ຂ່າວສານ

ອິນໂດເນເຊຍ ຍົກສູງວິໄສທັດ ອາຊຽນ ກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ

ຫຼາຍປະເທດໃນນັ້ນມີ ອາເມລິກາ, ຍີ່ປຸ່ນ, ການາດາ, ອິນເດຍ, ສ ເກົາຫຼີ, ບັນດາປະເທດສະຫະພາບເອີລົບ (EU) ລ້ວນແຕ່ມີຄວາມສຳນຶກຄ້າຍຄືກັບ ອາຊຽນ ທີ່ກ່ຽວຂ້ອງເຖິງພາກພ້ື້ນນີ້.
  (ພາບປະກອບຈາກ East Asia Forum)  

ອິນໂດເນເຊຍ ເຊື່ອໝັ້ນວ່າ: ວິໄສທັດ ອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ (AOIP) ອາດຈະກາຍເປັນພື້ນຖານຂໍ້ກຳນົດຂອງປະຊາຄົມສາກົນ, ລວມມີບັນດາປະເທດມະຫາອຳນາດ, ໃນສະພາບເກີດບັນດາບັນຫາພູມສາດການເມືອງ ໃນພາກພື້ນ. ວັນທີ 13 ມີນາ, ກ່າວຄຳເຫັນທີ່ເຫດການທາງໄກຢູ່ ຈາກາຕາ, ທ່ານ Ngurah Sanjaya, ທີ່ປຶກສາພິເສດຂອງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ກ່ຽວກັບບັນຫາການທູດພາກພື້ນ, ໃຫ້ຮູ້ວ່າ: ຫຼາຍປະເທດສະໜັບສະໜູນ AOIP, ໃນນັ້ນມີການສ້າງການຮ່ວມມືເພື່ອສ້າງພາກພືື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກ້ວາງ.

ທ່ານທີ່ປຶກສາ Ngurah ໄດ້ສະແດງຄວາມປະເອີບໃຈວ່າ: AOIP ອາດຈະນຳໃຊ້ເປັນພື້ນຖານຂໍ້ກຳນົດຢູ່ ມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມທັງໃຫ້ຮູ້ວ່າ: ຫຼາຍປະເທດໃນນັ້ນມີ ອາເມລິກາ, ຍີ່ປຸ່ນ, ການາດາ, ອິນເດຍ, ສ ເກົາຫຼີ, ບັນດາປະເທດສະຫະພາບເອີລົບ (EU) ລ້ວນແຕ່ມີຄວາມສຳນຶກຄ້າຍຄືກັບ ອາຊຽນ ທີ່ກ່ຽວຂ້ອງເຖິງພາກພ້ື້ນນີ້. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານ Ngurah ເນັ້ນໜັກວ່າ: ອາຊຽນ ຄວນມີຄວາມສາມາດນຳພາ ແລະ ກາຍເປັນກຳລັງໜູນ ຂອງທຸກໆຂໍ້ລິເລີ່ມກ່ຽວກັບ ມະຫາສະໝຸດອິນເດຍ - ປາຊີຟິກ.


top