ຂ່າວສານ

ອິນໂດເນເຊຍ ກຽມພ້ອມໃຫ້ງານມະຫາກຳກິລາ ASIAD 2018

      ASIAD 18 ຈະມີ 45 ຄະນະກິລາ ທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນຢູ່ພາກພື້ນ ອາຊີເຂົ້າຮ່ວມ ດ້ວຍນັກກິລາ ແລະ ຄູຝຶກປະມານ 15.000 ຄົນ ພ້ອມກັບນັກອາສາສະໝັກກ່ວາ 30.000 ຄົນ.  

ສະໜາມກິລາ Gelora Bung Karno ໄດ້ຮັບການຍົກລະດັບເພື່ອຮັບໃຊ້ໃຫ້  ASIAD 18
(ພາບ: AFP/TTXVN)
      ວັນທີ 2 ເມສາ, ຄະນະຈັດຕັ້ງງານມະຫາກຳກິລາອາຊີ ຄັ້ງທີ 18 (ASIAD 18) ຂອງປະເທດເຈົ້າພາບ ອິນໂດເນເຊຍ ໄດ້ຈັດຕັ້ງການປະຊຸມຂ່າວສາກົນເພື່ອສະໜອງໃຫ້ບັນດານັກຂ່າວຂໍ້ມູນຂ່າວສານກ່ຽວກັບວຽກງານການຈັດຕັ້ງ, ສື່ມວນຊົນ, ບັນດາສະຖານທີ່ຈັດຕັ້ງງານມະຫາກຳກິລາ ອາຊີ ປີນີ້. ແຈ້ງການຂອງຄະນະຈັດຕັ້ງໃຫ້ຮູ້ວ່າ: ASIAD 18 ຈະມີ 45 ຄະນະກິລາ ທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນຢູ່ພາກພື້ນ ອາຊີເຂົ້າຮ່ວມ ດ້ວຍນັກກິລາ ແລະ ຄູຝຶກປະມານ 15.000 ຄົນ ພ້ອມກັບນັກອາສາສະໝັກກ່ວາ 30.000 ຄົນ.  
        ທ່ານ Buldansyah, ຮອງຜູ້ອຳນວຍການດ້ານສື່ສານ ແລະ ປະຊາສຳພັນຂອງຄະນະຈັດຕັ້ງ ASIAD ອິນໂດເນເຊຍ 2018 ໃຫ້ຮູ້ວ່າ: ບັນດາກິດຈະກຳຮັບໃຊ້ໃຫ້ແກ່ການແຂ່ງຂັນ ASIAD ໄດ້ປະຕິບັດສຳເລັດເກືອບ 100%. ນີ້ແມ່ນຄັ້ງທີ 2 ປະເທດນີ້ເປັນເຈົ້າພາບຈັດຕັ້ງງານມະຫາກຳກິລາຂະໜາດໃຫຍ່ຂອງທະວີບ. ເຫດການຈະຈັດຕັ້ງແຕ່ວັນທີ 8 ສິງຫາ ຫາ ວັນທີ 2 ກັນຍາ ຈະມາເຖິງ, ລັດຖະບານ ອິນໂດເນເຊຍ ກຳນົດແມ່ນໜຶ່ງໃນບັນດາຈຸດສຸມໃນນະໂຍບາຍການຕ່າງປະເທດໃນປີນີ້.
 (ແຫຼ່ງຄັດຈາກ VOV)


top